ກອງປະຊຸມໃຫຍ່ຄັ້ງທີ III ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ສພຂ ຄໍາມ່ວນ

ໃນຕອນເຊົ້າວັນທີ 4 ກໍລະກົດ 2024, ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ, ກຳມະບານຮາກຖານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງສະຫາຍ ບຸນສະຫວ່າງ ສີສຸຂະລາດ ປະທານກຳມະບານຮາກຖານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີສະຫາຍ ນາງ ວຽງໄຊ ຍົດຕິແພງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ມີ ຄະນະໜ່ວຍພັກ, ຄະນະກຳມະບານຮາກຖານ, ປະທານສະຫະພັນແມ່ຍິງຮາກຖານ, ເລຂາໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ, ແຂກຖືກເຊີນ ແລະ ຕະຫຼອດຮອດສະມາຊິກກຳມະບານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມທັງໝົດ 56 ສະຫາຍ, ຍິງ 28 ສະຫາຍກອງປະຊຸມຄັ້ງນີ້, ປະທານກຳມະບານຮາກຖານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຜ່ານຮ່າງບົດລາຍງານການເຄື່ອນໄຫວວຽກງານ ຂອງກຳມະບານຮາກຖານສະພາປະຊາຊົນແຂວງຄໍາມ່ວນ ໃນໄລຍະ 5 ປີ ຜ່ານມາຕິດພັນກັບເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ເຊິ່ງຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງ, ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ. ບັນດາຜູ້ແທນກອງປະຊຸມ ໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ເນື້ອໃນຂອງຮ່າງບົດລາຍງານການເຄື່ອນໄຫວວຽກງານຂອງກຳມະບານຮາກຖານສະພາປະຊາຊົນແຂວງຄໍາມ່ວນ ຢ່າງມີເນື້ອໃນເລິກເຊິ່ງ ແລະ ເປັນເອກະພາບກັນຮັບຮອງເອົາບົດດັ່ງກ່າວທັງວາງທິດທາງແຜນການທີ່ຈະຕ້ອງຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ. ພ້ອມດຽວກັນນີ້ກໍ່ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງວ່າດ້ວຍການຍ້ອງຍໍຜູ້ທີ່ໄດ້ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ວຽກງານກຳມະບານຕິດພັນກັບວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ, ບຸກຄົນໄດ້ຮັບການຍ້ອງຍໍມີຈຳນວນ 50 ສະຫາຍ, ຍິງ 25 ສະຫາຍ ແລະ ຍ້ອງຍໍກົມກອງກຳມະບານ 5 ເປັນເຈົ້າ 1 ກົມກອງ, ຕິດປ້າຍນາມມະຍົດກຳມະບານ 5 ເປັນເຈົ້າ 1 ກົມກອງ ແລະ ປະດັບທຸງໄຊກຳມະບານຮາກຖານ 5 ເປັນເຈົ້າ 1 ກົມກອງ, ຜັດປ່ຽນກັນມອບໂດຍ ສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ສະຫາຍ ນາງ ວຽງໄຊ ຍົດຕິແພງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຈາກນັ້ນກໍ່ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ລົງສະໝັກເລືອກຕັ້ງຄະນະກໍາມະບານຮາກຖານ ຊຸດໃໝ່ເຊີ່ງປະກອບມີ 5 ສະຫາຍ ໃນນັ້ນໄດ້ປ່ອນບັດຄັດເລືອກ ແລະ ເຫັນດີເປັນເອກະພາບໃນກອງຊຸມຄັ້ງປະຖົມມະລຶກແຕ່ງຕັ້ງເອົາ 3 ສະຫາຍ ຄື: ສະຫາຍ ວິໄລ ຈັນທະບັນດິດ ເປັນປະທານກຳມະບານຮາກຖານ, ສະຫາຍ ສຸກສົມພອນ ແສງອາລຸນ ເປັນຮອງປະທານທັງເປັນປະທານກວດກາ, ສະຫາຍ ນາງ ທິບພາພອນ ບຸບຜາສິລິ ເປັນຄະນະ.   ໃນຕອນທ້າຍກອງປະຊຸມ ສະຫາຍ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ສະຫາຍ ນາງ ວຽງໄຊ ຍົດຕິແພງ ຮອງປະທານສະຫະພັນກຳມະບານແຂວງ ໄດ້ໂອ້ລົມຕໍ່ກອງປະຊຸມທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະນະຊຸດເກົ່າ. ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ຂໍ້ຄົງຄ້າງ ແລະ ໄດ້ເນັ້ນມາຍັງຄະນະກຳມະບານ ຊຸດໃໝ່ຕ້ອງໄດ້ສູ້ຊົນສ້າງຜົນງານປະກອບສ່ວນຢ່າງແຂງແຮງ, ເອົາໃຈໃສ່ຕໍ່ການປະຕິບັດກົດໝາຍຂອງພະນັກງານ-ລັດຖະກອນວາງອອກ. ກໍ່ຄືການປະຕິບັດກົດໝາຍວ່າດ້ວຍກຳມະບານລາວ; ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກ ແລະ ພະນັກງານລັດຖະກອນຈົ່ງສືບຕໍ່ຮັກສາມູນເຊື້ອ ແລະ ເພີ່ມທະວີຄວາມສາມາດໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ເປັນເສນາທິການຮອບດ້ານໃຫ້ແກ່ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດ ແລະ ມີປະສິດທິພາບສູງ.ຈາກນັ້ນ, ຕາງໜ້າຄະນະປະທານກຳມະບານຮາກຖານສະພາປະຊາຊົນແຂວງຄໍາມ່ວນຊຸດໃໝ່ກໍ່ໄດ້ຂຶ້ນຮັບຄຳໂອວາດເພື່ອນຳເອົາເນື້ອໃນຈິດໃຈທີ່ຄະນະພັກຂັ້ນເທິງໄດ້ສະແດງຄວາມເປັນຫວ່ງເປັນໄຍພ້ອມທັງທິດທາງດັ່ງກ່າວນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ.

Scroll to Top