ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ
ຄະນະປະທານ ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II

ທ່ານ ບຸນມີ ພີມມະສອນ
ປະທານສະພາປະຊາຊົນຂັ້ນແຂວງ

ທ່ານ ນ. ບັງອອນ ໄຊຍະສິດ
ຮອງປະທານສະພາປະຊາຊົນຂັ້ນແຂວງ

ທ່ານ ບຸນມີ ພີມມະສອນ
ຮອງປະທານສະພາປະຊາຊົນຂັ້ນແຂວງ
ຄະນະກຳມະການ ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II

ທ່ານ ຄຳສຸກ ວັນທະວົງສາ
ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ

ທ່ານ ນ.ສາທິດ ຈັນສີ
ປະທານຄະນະກຳມະການເສດຖະກິດແຜນການ, ການເງິນ ແລະ ກວດສອບ

ທ່ານ ນ. ກ້ອນແກ້ວ ຫຼວງໄຊມົງຄຸນ
ປະທານຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ
ເລຂາທິການ ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II

ທ່ານ ສະເຫຼີມສັກ ແກ້ວຈັນທະລາ
ເລຂາທິການ
ທີ່ຕັ້ງ ແລະ ພາລະບົດບາດ
ຄະນະປະຈຳສະພາປະຊາຊົນຂັ້ນແຂວງ
1.1. ສະເຫນີຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ພິຈາລະນາ, ຮັບຮອງເອົາ ການສ້າງ ແລະ ປັບປຸງນິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ;
1.2. ອອກມະຕິ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດກົດຫມາຍ, ລະ ບຽບການ ແລະ ວຽກງານອື່ນທີ່ຕົນຮັບຜິດຊອບ.
2.1. ດ້ານການເມືອງ ແລະ ການປົກຄອງ
2.1.1. ສະເຫນີແຜນການເຄື່ອນໄຫວວຽກງານຂອງສະພາປະຊາຊົນຂັ້ນແຂວງ;
2.1.2. ພິຈາລະນາ, ຮັບຮອງເອົາ ໂຄງການຈັດສັນ ທີ່ມີການຫຍັບຍ້າຍ ຫຼື ຍົກຍ້າຍປະຊາຊົນ ແຕ່ ຊາວ ຄອບຄົວ ຫາ ຫນຶ່ງຮ້ອຍ ຄອບຄົວ ພາຍໃນເມືອງ ຫຼື ຈາກເມືອງ, ເທດສະບານ, ນະຄອນຫນຶ່ງ ຫາ ເມືອງ, ເທດສະບານ, ນະຄອນອື່ນ ພາຍໃນແຂວງ ຕາມການສະເຫນີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
2.1.3. ພົວພັນ ຮ່ວມມື ກັບການຈັດຕັ້ງສະພາປະຊາຊົນທ້ອງຖິ່ນຂອງຕ່າງປະເທດ ຕາມການມອບຫມາຍ;
2.1.4. ລາຍງານ ຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ກ່ຽວກັບການປະຕິບັດຫນ້າທີ່ ວຽກງານ ຂອງຕົນໃນລະຫວ່າງ ສອງກອງປະຊຸມ;
2.1.5. ຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ແຜນການເຄື່ອນໄຫວວຽກງານຂອງອົງການໄອຍະ ການປະຊາຊົນ, ສານປະຊາຊົນຂັ້ນແຂວງ;
2.1.6. ກະກຽມ ແລະ ຮຽກໂຮມ ກອງປະຊຸມສະພາປະຊາຊົນຂັ້ນແຂວງ, ກອງປະຊຸມຮ່ວມ ກັບອົງການອໍານາດລັດຂັ້ນແຂວງ.
2.2. ດ້ານເສດຖະກິດ-ສັງຄົມ
2.2.1. ຄົ້ນຄວ້າແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ ຂອງທ້ອງຖິ່ນ ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນດັ່ງກ່າວ;
2.2.2. ສົມທົບກັບອົງການປົກຄອງຂັ້ນແຂວງ ສ້າງແຜນການຈັດເກັບລາຍຮັບລາຍຈ່າຍ ປະຈໍາປີ ຂອງທ້ອງຖິ່ນ ແລ້ວມອບໃຫ້ອົງການປົກຄອງຂັ້ນແຂວງ ສະເຫນີຕໍ່ລັດຖະບານ;
2.2.3. ຄົ້ນຄວ້າ ແຜນການແບ່ງປັນງົບປະມານປະຈໍາປີ ຂອງທ້ອງຖິ່ນ ຕາມການສະເຫນີ ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
2.2.4. ຄົ້ນຄວ້າ ການກໍານົດນະໂຍບາຍສົ່ງເສີມສະເພາະ ຫຼື ຍົກເວັ້ນພາສີ ແລະ ອາກອນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ;
2.2.5. ຄົ້ນຄວ້າ ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ຂອງປະຊາຊົນ
2.3. ດ້ານການຈັດຕັ້ງ ແລະ ບຸກຄະລາກອນໃນທ້ອງຖິ່ນ.
2.3.1. ດ້ານການຈັດຕັ້ງ
2.3.1.1. ສະເຫນີສະພາປະຊາຊົນຂັ້ນແຂວງ ພິຈາລະນາ, ຮັບຮອງເອົາ ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງທີ່ສະພາປະຊາຊົນຂັ້ນແຂວງສ້າງຕັ້ງ;
2.3.1.2. ສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສ້າງຕັ້ງ,
2.3.2. ດ້ານບຸກຄະລາກອນ
2.3.2.1. ສະເຫນີ ເລືອກຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ປະທານ, ຮອງປະທານ ສະ ພາປະຊາຊົນຂັ້ນແຂວງ, ກໍາມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
2.3.2.2. ສະເຫນີ ເລືອກຕັ້ງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; ສະເຫນີນາຍົກລັດຖະມົນຕີ ແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
2.3.2.3. ສະເຫນີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ປະທານ, ຮອງປະທານ ຄະນະກໍາມະການ ແລະ ເລຂາທິການ ຂອງສະພາປະຊາຊົນຂັ້ນແຂວງ;
2.3.2.4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ;
2.3.2.5. ພິຈາລະນາ, ຮັບຮອງເອົາ ການສະເຫນີຂອງປະທານສານປະຊາຊົນ ພາກ, ແຂວງ, ນະຄອນຫຼວງ ກ່ຽວກັບການ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ຮອງປະທານສານປະຊາຊົນ ພາກ, ແຂວງ, ນະຄອນຫຼວງ, ເຂດ ແລະ ຜູ້ພິພາກສາ ຂອງສານປະຊາຊົນດັ່ງກ່າວ ບ່ອນທີ່ສານປະຊາຊົນນັ້ນຕັ້ງຢູ່;
2.3.2.6. ສະເຫນີ ປະທານສານປະຊາຊົນສູງສຸດ ພິຈາລະນາ ເພື່ອນໍາສະເຫນີຕໍ່ຄະນະປະ ຈໍາສະພາແຫ່ງຊາດ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ປະທານ, ຮອງປະທານສານປະຊາຊົນ ພາກ, ແຂວງ, ນະ ຄອນຫຼວງ, ເຂດ ແລະ ຜູ້ພິພາກສາ ຂອງສານປະຊາຊົນດັ່ງກ່າວ ບ່ອນທີ່ສານປະຊາຊົນນັ້ນຕັ້ງຢູ່;
2.3.2.7. ສະເຫນີ ຫົວຫນ້າອົງການໄອຍະການປະຊາຊົນສຸງສຸດ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ຫົວຫນ້າອົງການໄອຍະການປະຊາຊົນ ພາກ, ແຂວງ, ນະຄອນຫຼວງ, ເຂດ;
2.3.2.8. ພິຈາລະນາ, ຮັບຮອງເອົາ ການສະເຫນີຂອງເຈົ້າແຂວງ, ເຈົ້າຄອງນະຄອນ ຫຼວງ ກ່ຽວກັບການແຕ່ງຕັ້ງ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ຫົວຫນ້າພະແນກ, ຫົວຫນ້າອົງການ ລັດທຽບເທົ່າພະແນກຂັ້ນແຂວງ;
2.3.2.9. ພິຈາລະນາ, ຮັບຮອງເອົາ ການສະເຫນີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ເປັນລາຍບຸກຄົນ ທີ່ດໍາລົງຕໍາແຫນ່ງ ໂດຍການເລືອກຕັ້ງ ຫຼື ຮັບຮອງເອົາການແຕ່ງຕັ້ງ ຕາມການມອບສິດຈາກ ສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 3.2.6. ມາດຕາ 12 ຂອງກົດຫມາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງສະບັບນີ້;
2.3.2.10. ແຕ່ງຕັ້ງ ສະມາຊິກສະພາປະຊາຊົນຂັ້ນແຂວງ ສັງກັດໃນຄະນະກໍາມະການ;
2.3.2.11. ພິຈາລະນາຕົກລົງ ການຍົກຍ້າຍ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາການ ໄປຮັບຫນ້າທີ່ອື່ນ ແລະ ການຍ້ອງຍໍ ສະມາຊິກສະພາປະຊາຊົນຂັ້ນແຂວງ;
2.3.2.12. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ເຈົ້າ ເມືອງ, ຫົວຫນ້າເທດສະບານ, ເຈົ້ານະຄອນ ຕາມການສະເຫນີຂອງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.
3.1. ຕິດຕາມ ກວດກາການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດຫມາຍ, ມະຕິຂອງກອງປະ ຊຸມສະພາແຫ່ງຊາດ, ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ຂັ້ນແຂວງໃນທ້ອງຖິ່ນຕົນ;
3.2. ຕິດຕາມ ກວດກາການເຄື່ອນໄຫວຂອງ ອົງການໄອຍະການປະຊາຊົນ, ສານປະຊາຊົນ ຂັ້ນແຂວງ, ອົງການສືບສວນ-ສອບສວນ, ອົງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ອົງການກວດສອບ ປະຈໍາພາກ ແລະ ອົງການໄອຍະການປະຊາຊົນ, ສານປະຊາຊົນ ພາກ ບ່ອນທີ່ອົງການດັ່ງກ່າວຕັ້ງຢູ່;
3.3. ໂຈະ ການຈັດຕັ້ງປະຕິບັດ ນິຕິກໍາຂອງອົງການລັດຂັ້ນແຂວງຂອງຕົນ ທີ່ຂັດກັບລັດຖະທໍາ ມະນູນ, ກົດຫມາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລ້ວນໍາສະເຫນີຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ພິຈາລະນາ, ຍົກເວັ້ນຄໍາຕົກລົງ ກ່ຽວກັບການດໍາເນີນຄະ ດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
3.4. ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເຫນີ, ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ;
3.5. ຕິດຕາມ ກວດກາການໂຄສະນາ, ເຜີຍແຜ່ ລັດຖະທໍາມະນູນ, ກົດຫມາຍ ແລະ ນິຕິກໍາອື່ນ ຕາມຄວາມຮັບຜິດຊອບຂອງຕົນ.
ປະທານສະພາປະຊາຊົນຂັ້ນແຂວງ
ສິດ ແລະ ຫນ້າທີ່ ຂອງປະທານ ແລະ ຮອງສະພາປະຊາຊົນຂັ້ນແຂວງ
ປະທານສະພາປະຊາຊົນຂັ້ນແຂວງ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
- ເປັນປະທານຄະນະປະທານກອງປະຊຸມສະພາປະຊາຊົນຂັ້ນແຂວງ, ປະທານກອງປະຊຸມ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
- ຊີ້ນໍາ, ນໍາພາ ແລະ ຕິດຕາມກວດກາ ການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາ ປະຊາຊົນຂັ້ນແຂວງ, ຄະນະກໍາມະການ, ຄະນະເລຂາທິການຂອງສະພາປະຊາຊົນ ຂັ້ນແຂວງ ແລະ ກົງຈັກທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສ້າງຕັ້ງ;
- ປຶກສາຫາລື, ປະສານສົມທົບວຽກງານສໍາຄັນຂອງທ້ອງຖິ່ນ ກັບ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
- ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.
- ຮອງປະທານສະພາປະຊາຊົນຂັ້ນແຂວງ ມີຫນ້າທີ່ຊ່ວຍປະທານສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານ, ຮັບຜິດຊອບວຽກງານໃດຫນຶ່ງ, ເປັນຜູ້ວ່າການແທນ, ເປັນປະ ທານກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມຄະນະປະຈ ໍາສະພາປະຊາຊົນຂັ້ນແຂວງ ຕາມການມອບຫມາຍ ຂອງປະທານສະພາປະຊາຊົນຂັ້ນແຂວງ.
- ຮອງປະທານສະພາປະຊາຊົນຂັ້ນແຂວງ ເປັນຄະນະປະທານກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ຄະນະກໍາມະການ ສະພາປະຊາຊົນຂັ້ນແຂວງ
ຄະນະກໍາມະການ ມີ ສິດ ແລະ ຫນ້າທີ່ລວມ ໃນການປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ ດັ່ງນີ້:
- ສ້າງຮ່າງແຜນການເຄື່ອນໄຫວວຽກງານຂອງຕົນແຕ່ລະໄລຍະ;
- ຄົ້ນຄວ້າ, ກວດກາ ແລະ ປະກອບຄວາມເຫັນໃສ່ຮ່າງນິຕິກ ຂອງອົງການລັດຂັ້ນແຂວງ;
- ເຂົ້າຮ່ວມແຕ່ຫົວທີ ກັບຂະແຫນງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປະກອບຄວາມເຫັນໃສ່ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຂັ້ນແຂວງ;
- ຄົ້ນຄວ້າການໂຈະການຈັດຕັ້ງປະຕິບັດ, ການປັບປຸງ, ຍົກເລີກ, ລົບລ້າງ ນິຕິກໍາ ຂອງ ອົງການລັດຂັ້ນແຂວງ ແລ້ວນໍາສະເຫນີຕໍ່ຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ ພິຈາລະນາ;
- ຄົ້ນຄວ້າ ແລະ ສະເຫນີບັນຫາສໍາຄັນ ທີ່ມີຄວາມຫຍຸ້ງຍາກ ພາຍໃນທ້ອງຖິ່ນ ຕໍ່ຄະນະ ປະຈໍາສະພາປະຊາຊົນຂັ້ນແຂວງ ເພື່ອພິຈາລະນາ;
- ຮັບຕ້ອນ ແລະ ຟັງຄໍາຄິດຄໍາເຫັນຂອງປະຊາຊົນ ກ່ຽວກັບບັນຫາຕ່າງໆ;
- ປະສານສົມທົບ ລະຫວ່າງຄະນະກາໍມະການດ້ວຍກັນ ຫຼື ກັບອົງການລັດຂັ້ນແຂວງ ຕາມພາລະບົດບາດຂອງຕົນ;
- ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງຕົນ ໃຫ້ຄະນະປະຈໍາສະພາ ປະຊາຊົນຂັ້ນແຂວງ ຢ່າງເປັນປົກກະຕິ;
- ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມກົດຫມາຍ ຫຼື ຕາມການມອບຫມາຍຂອງ ປະທານ ຫຼື ຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ.
ສິດ ແລະ ຫນ້າທີ່ສະເພາະ ຂອງແຕ່ລະຄະນະກາມະການ ແມ່ນຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເປັນຜູ້ກໍານົດ.
ຄະນະເລຂາທິການ ສະພາປະຊາຊົນຂັ້ນແຂວງ
ສິດ ແລະ ຫນ້າທີ່ ຂອງຄະນະເລຂາທິການ ສະພາປະຊາຊົນຂັ້ນແຂວງ
1.1. ສໍາລັບສະພາປະຊາຊົນຂັ້ນແຂວງ:
1.1.1 ຄົ້ນຄວ້າສ້າງຮ່າງແຜນການ ແລະ ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາ ຫ້າປີ, ປະຈາໍ ຫນຶ່ງປີ ແລະ ປະຈາໍ ຫົກເດືອນ;
1.1.2 ຄົ້ນຄວ້າ ສ້າງຮ່າງແຜນການ, ຕາຕະລາງ, ແຜນບັນຊາ, ຮ່າງບົດກ່າວເປີດ, ກ່າວປິດ, ຮ່າງບົດລາຍງານຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຮ່າງມະຕິຂອງກອງປະຊຸມ ສະພາປະຊາຊົນຂັ້ນແຂວງ ແລະ ເອກະສານອື່ນ ເພື່ອຮັບໃຊ້ກອງປະຊຸມສະພາປະຊາຊົນຂັ້ນແຂວງ;
1.1.3. ສັງລວມ ຂໍ້ຊັກຖາມຂອງສະມາຊິກສະພາປະຊາຊົນຂັ້ນແຂວງ, ການຊີ້ແຈ້ງ ຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ບັນທຶກກອງປະຊຸມ ແລ້ວລາຍງານ ໃຫ້ປະທານກອງປະຊຸມ;
1.1.4. ສະເຫນີຮ່າງມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງເອົາ;
ແລ້ວນາສະເຫນີຄະນະປະທານ
1.1.5. ສັງລວມເນື້ອໃນໂທລະສັບສາຍດ່ວນ ກອງປະຊຸມສະພາປະຊາຊົນຂັ້ນແຂວງ ເພື່ອມອບໃຫ້ຄະນະກໍາມະການທີ່ກ່ຽວຂ້ອງ ສົມທົບກັບຂະແຫນງການພິຈາລະນາແກ້ໄຂ.
1.1.6. ຮ່າງບົດສະຫຼຸບລາຍງານຜົນສ ໍາເລັດຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ.
1.2. ສໍາລັບຄະນະປະຈໍາສະພາປະຊາຊົນຂັ້ນແຂວງ:
1.2.1. ຄົ້ນຄວ້າ ສ້າງຮ່າງແຜນການ, ຕາຕະລາງ ແລະ ເອກະສານອື່ນ ເພື່ອຮັບໃຊ້ ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
1.2.2. ສັງລວມຄໍາເຫັນ ຂອງກໍາມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ບັນທຶກກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
1.2.3. ຮ່າງຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມຄະນະ ປະຈໍາສະພາປະຊາຊົນຂັ້ນແຂວງ;
1.2.4. ຮ່າງຄໍາແນະນໍາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ກ່ຽວກັບການ ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ;
1.2.5. ສ້າງແຜນການ ແລະ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈໍາເດືອນ, ປະຈໍາຫົກເດືອນ ແລະ ປະຈໍາປີ ຂອງສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ.
1.3. ສໍາລັບຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ:
1.3.1. ຄົ້ນຄວ້າ ສ້າງຮ່າງແຜນການ, ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈໍາເດືອນ, ປະຈໍາ ຫົກເດືອນ ແລະ ປະຈໍາປີ ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ;
1.3.2. ສັງລວມຄໍາເຫັນ ແລະ ບັນທຶກ ກອງປະຊຸມປຶກສາຫາລືວຽກງານຂອງຄະນະ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ;
1.3.3. ຮ່າງແຜນການຈັດຕັ້ງປະຕິບັດ ຄາໍແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາ ສະພາແຫ່ງຊາດ ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ.
2.1. ຂຶ້ນແຜນການ, ງົບປະມານຂອງສະພາປະຊາຊົນຂັ້ນແຂວງ ເພື່ອຜ່ານກອງປະຊຸມ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພິຈາລະນາ, ຮັບຮອງເອົາ;
2.2.ສ້າງເງື່ອນໄຂອ ໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາ ປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ຄະນະກໍາມະການ, ກົງຈັກຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ;
2.3. ສ້າງແຜນການ ບໍາລຸງ ສ້າງ, ຍົກລະດັບ ແລະ ປະຕິບັດນະໂຍບາຍຕໍ່ ພະນັກງານ -ລັດຖະກອນ ຂອງສະພາປະຊາຊົນຂັ້ນແຂວງ;
2.4. ຈັດຕັ້ງ, ນໍາພາ, ຄຸ້ມຄອງ ພະນັກງານ-ລັດຖະກອນ, ຄຸ້ມຄອງການນໍາໃຊ້ງົບປະມານ, ພາຫະນະ, ວັດຖຸປະກອນ ແລະ ຊັບສິນອື່ນ ຂອງສະພາປະຊາຊົນຂັ້ນແຂວງ ແລະ ຄະນະສະມາຊິກ ສະພາແຫ່ງຊາດປະຈ ໍາເຂດເລືອກຕັ້ງ;
2.5. ປົກປັກຮັກສາ ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນສໍານັກງານສະພາປະຊາຊົນຂັ້ນແຂວງ;
2.6. ຈັດຕັ້ງ ກອງປະຊຸມ, ສໍາມະນາ ເພື່ອຍົກລະດັບ ແລະ ລະດົມຄວາມຄິດເຫັນ ຕໍ່ບັນຫາ ໃດຫນຶ່ງ ທີ່ຢູ່ໃນຂອບເຂດວຽກງານຂອງຕົນ;
2.7. ອອກແຈ້ງການ ແລະ ຄໍາແນະນໍາໃນການຄຸ້ມຄອງວຽກງານບໍລິຫານ, ແຜນການ ແລະ ການເງິນ;
2.8. ຊີ້ນໍາ ວຽກງານຄຸ້ມຄອງ ບໍລິຫານ, ແຜນການ ແລະ ການເງິນ ຂອງຂະແຫນງ ແລະ ການຈັດຕັ້ງອື່ນ ພາຍໃນສະພາປະຊາຊົນຂັ້ນແຂວງ;
2.9. ພົວພັນ ແລະ ປະສານສົມທົບ ກັບຄະນະກາໍມະການ ຂອງສະພາປະຊາຊົນຂັ້ນ ແຂວງ ແລະ ອົງການຈັດຕັ້ງອື່ນ ກ່ຽວກັບວຽກງານຄຸ້ມຄອງ ບໍລິຫານ, ແຜນການ ແລະ ການເງິນ;
2.10. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານຂອງຕົນ ຕໍ່ຄະນະປະຈໍາສະພາປະຊາ ຊົນຂັ້ນແຂວງ ຢ່າງເປັນປົກກະຕິ;
2.11.ນາໍໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະປະຈາໍສະພາປະຊາຊົນຂັ້ນແຂວງ.
