ທີ່ຕັ້ງ ແລະ ພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ

ສະພາປະຊາຊົນຂັ້ນແຂວງ

ສະພາປະຊາຊົນຂັ້ນແຂວງ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ, ເປັນອົງການອໍານາດລັດຂັ້ນທ້ອງຖິ່ນ, ປະຕິບັດພາລະບົດບາດ ພິຈາລະນາ ແລະ ຮັບຮອງເອົານິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ, ຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມກວດ ກາການເຄົາລົບ, ປະຕິບັດ ລັດຖະທໍາມະນູນ ແລະ ກົດຫມາຍ ຂອງບັນດາອົງການລັດຂັ້ນທ້ອງຖິ່ນ.

ທີ່ຕັ້ງ ແລະ ພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ

ທີ່ຕັ້ງຂອງສະພາປະຊາຊົນຂັ້ນແຂວງ

ສະພາປະຊາຊົນຂັ້ນແຂວງ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ລາວບັນດາເຜົ່າ ແລະ ເປັນອົງການອໍານາດລັດຂັ້ນທ້ອງຖິ່ນ.

ພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ

ສະພາປະຊາຊົນຂັ້ນແຂວງ ມີພາລະບົດບາດ ພິຈາລະນາ ແລະ ຮັບຮອງເອົານິຕິກ ທີ່ສໍາຄັນ ຂອງທ້ອງຖິ່ນ, ຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມກວດກາ ການເຄົາລົບ, ປະຕິບັດ ລັດຖະທໍາມະນູນ ແລະ ກົດຫມາຍ ຂອງບັນດາອົງການລັດຂັ້ນທ້ອງຖິ່ນ.

ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ

ສະພາປະຊາຊົນຂັ້ນແຂວງ ມີສິດ ແລະ ໜ້າທີ່ ດ້ານນິຕິກໍາ ດັ່ງນີ້:

  1. ພິຈາລະນາ, ຮັບຮອງເອົາ ນິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ;
  2. ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ;
  3. ຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງ ລັດຖະທໍາມະນູນ, ກົດໝາຍ;
  4. ລົບລ້າງ ຫຼື ຍົກເລີກ ນິຕິກໍາຂອງຂະແໜງການທ້ອງຖິ່ນຂອງຕົນ ທີ່ຂັດກັບລັດຖະທໍາມະນູນ ແລະ ກົດໝາຍ, ຍົກເວັ້ນຄໍາຕົກລົງ ກ່ຽວກັບການດໍາເນີນຄະດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
  5. ມອບສິດໃຫ້ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຕົກລົງວຽກງານທີ່ຈໍາເປັນ ແລະ ຮີບດ່ວນ ແລ້ວລາຍງານຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.

ສະພາປະຊາຊົນຂັ້ນແຂວງ ມີ ສິດ ແລະ ໜ້າທີ່ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ດັ່ງນີ້:
1. ດ້ານການເມືອງ ແລະ ການປົກຄອງ
1.1 ຮັບຟັງການລາຍງານ ແລະ ປະກອບຄໍາເຫັນ ໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂອງທ້ອງຖິ່ນ;
1.2 ພິຈາລະນາ, ຮັບຮອງເອົາ ການສ້າງຕັ້ງ ຫຼື ຍຸບເລີກ ເມືອງ, ເທດສະບານ, ນະຄອນ ແລະ ການກໍານົດເຂດແດນ ຂອງເມືອງ, ເທດສະບານ, ນະຄອນ, ແຜນຜັງລວມຕົວເມືອງຂອງນະຄອນ, ເທດສະບານ ແລະ ເມືອງ ຕາມການສະເຫນີຂອງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
1.3 ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນຂັ້ນແຂວງ;
1.4 ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານຂອງ ອົງການໄອຍະການປະຊາຊົນ, ສານປະຊາຊົນພາກ, ຂັ້ນແຂວງ ບ່ອນທີ່ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນນັ້ນຕັ້ງຢູ່;
1.5 ລົງມະຕິບໍ່ໄວ້ວາງໃຈບຸກຄະລາກອນທີ່ສະພາປະຊາຊົນຂັ້ນແຂວງ ເລືອກຕັ້ງ ຫຼື ຮັບຮອງ ເອົາການແຕ່ງຕັ້ງ ຕາມຄໍາສະເໜີຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຫຼື ຢ່າງໜ້ອຍ ໜຶ່ງສ່ວນສີ່ ຂອງຈໍານວນສະມາຊິກສະພາປະຊາຊົນຂັ້ນແຂວງທັງໝົດ ເປັນຜູ້ສະເຫນີ.
2. ດ້ານເສດຖະກິດ-ສັງຄົມ
2.1 ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງທ້ອງຖິ່ນ;
2.2 ພິຈາລະນາ, ຮັບຮອງເອົາ ແຜນການແບ່ງປັນງົບປະມານປະຈໍາປີ ຕາມການແບ່ງປັນຂອງລັດຖະບານ;
2.3 ພິຈາລະນາ, ຮັບຮອງເອົາ ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, ແຜນພັດທະນາ ຕົວເມືອງ, ເທດສະບານ, ນະຄອນ;
2.4 ພິຈາລະນາ, ຮັບຮອງເອົາ ແຜນຈັດສັນ, ການຫັນປ່ຽນປະເພດທີ່ດິນ ຈາກປະເພດໜຶ່ງ ໄປເປັນທີ່ດິນປະເພດອື່ນ ແລະ ການກໍານົດປະເມີນລາຄາທີ່ດິນຂອງທ້ອງຖິ່ນ ຕາມການສະເຫນີຂອງອົງການ ປົກຄອງຂັ້ນແຂວງ;
2.5 ພິຈາລະນາ, ຮັບຮອງເອົາ ແຜນການກໍ່ສ້າງພື້ນຖານໂຄງລ່າງປະຈໍາປີຂອງທ້ອງຖິ່ນ ແລະ ໂຄງການລະດັບທ້ອງຖິ່ນຮັບຜິດຊອບ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
2.6 ພິຈາລະນາ, ຮັບຮອງເອົາ ຜົນການກວດສອບງົບປະມານຂາດຕົວປະຈໍາປີ ຂອງອົງການກວດສອບປະຈໍາພາກ ທີ່ກ່ຽວຂ້ອງກັບຂັ້ນແຂວງນັ້ນ.
3. ດ້ານການຈັດຕັ້ງ ແລະ ບຸກຄະລາກອນ
3.1 ດ້ານການຈັດຕັ້ງ
3.1.1. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກການຈັດຕັ້ງຂອງສະພາປະຊາຊົນ ຂັ້ນແຂວງ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ຄະນະກໍາມະການ ແລະ ຄະນະເລຂາທິການຂອງສະ ພາປະຊາຊົນຂັ້ນແຂວງ ຕາມການສະເຫນີຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
3.1.2. ພິຈາລະນາ, ຮັບຮອງເອົາ ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ພະແນກ, ອົງການລັດທຽບເທົ່າພະແນກຂັ້ນແຂວງ ຕາມການສະເຫນີຂອງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.
3.2. ດ້ານບຸກຄະລາກອນ
3.2.1. ເລືອກຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ປະທານ, ຮອງປະທານ ສະພາປະຊາຊົນຂັ້ນ ແຂວງ, ກໍາມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຕາມການສະເຫນີຂອງຄະນະປະຈໍາສະພາປະຊາຊົນ ຂັ້ນແຂວງ;
3.2.2. ເລືອກຕັ້ງ ຫຼື ປົດຕໍາແຫນ່ງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕາມການສະເຫນີ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
3.2.3. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ຫົວຫນ້າອົງການໄອຍະ ການປະຊາຊົນ, ປະທານສານປະຊາຊົນ ພາກ, ແຂວງ, ນະຄອນຫຼວງ, ເຂດ ບ່ອນທີ່ອົງການໄອຍະການປະຊາ ຊົນ ແລະ ສານປະຊາຊົນ ນັ້ນຕັ້ງຢູ່ ຕາມການສະເຫນີຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
3.2.4. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ປະທານ, ຮອງ ປະທານ ຄະນະກໍາມະການ ແລະ ເລຂາທິການຂອງສະພາປະຊາຊົນຂັ້ນແຂວງ ຕາມການສະເຫນີຂອງຄະນະປະ ຈໍາສະພາປະຊາຊົນຂັ້ນແຂວງ;
3.2.5. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ຫົວຫນ້າພະແນກ, ຫົວຫນ້າອົງການລັດທຽບເທົ່າພະແນກຂັ້ນແຂວງ ຕາມການສະເຫນີ ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
3.2.6. ມອບສິດ ໃຫ້ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພິຈາລະນາຮັບຮອງເອົາການ ສະເຫນີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ເປັນລາຍບຸກຄົນ ທີ່ດໍາລົງຕໍາແຫນ່ງໂດຍການຮັບຮອງເອົາຈາກສະພາ ປະຊາຊົນຂັ້ນແຂວງ ແລ້ວລາຍງານຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ; ພິຈາລະນາຮັບຮອງເອົາການສະ ເຫນີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ເປັນລາຍບຸກຄົນ ທີ່ດໍາລົງຕໍາແຫນ່ງ ໂດຍການເລືອກຕັ້ງຈາກສະພາ ປະຊາຊົນຂັ້ນແຂວງ ໃນກໍລະນີຈໍາເປັນ ແລະ ຮີບດ່ວນ ແລ້ວລາຍງານຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ.

ສະພາປະຊາຊົນຂັ້ນແຂວງ ມີ ສິດ ແລະ ໜ້າທີ່ ດ້ານການຕິດຕາມກວດກາ ດັ່ງນີ້:

  1. ຕິດຕາມກວດກາ ບັນດາອົງການລັດຂັ້ນທ້ອງຖິ່ນຂອງຕົນ ໃນການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດຫມາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ, ມະຕິຂອງຄະນະປະຈໍາສະພາ ແຫ່ງຊາດ, ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ, ມະຕິ ແລະ ຂໍ້ຕົກລົງ ຂອງຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ;
  2. ຕິດຕາມກວດກາ ການອອກ ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ການຈັດຕັ້ງປະຕິບັດ ວຽກງານ ຂອງອົງການປົກຄອງທ້ອງຖິ່ນຕົນ;
  3. ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານທາງ ດ້ານການເມືອງ ແລະ ການປົກ ຄອງ, ດ້ານເສດຖະກິດ-ສັງຄົມ, ດ້ານການຈັດຕັ້ງ ແລະ ບຸກຄະລາກອນ ທີ່ສະພາປະຊາຊົນຂັ້ນແຂວງຮັບຮອງເອົາ;
  4. ຕິດຕາມກວດກາ ລາຍຮັບ ລາຍຈ່າຍງົບປະມານ ຂັ້ນແຂວງ ແລະ ຂັ້ນເມືອງ.
Scroll to Top