ສະມາຊິກສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II

ທ່ານ ບຸນເກີດ ດາລາສຸກ

ທ່ານ ນັນຕະໄຊ ອິນທະສອນ

ທ່ານ ນ. ຫອມມະລາ ສີພະບົດ

ສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ

ສະມາຊິກສະພາປະຊາຊົນຂັ້ນແຂວງ

ສະມາຊິກສະພາປະຊາຊົນຂັ້ນແຂວງ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາ ຊົນລາວບັນດາເຜົ່າ ຊຶ່ງແມ່ນພົນລະເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງ ປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ສະຫະພັນກໍາມະບານລາວ, ສະຫະພັນແມ່ຍິງ ລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂັ້ນແຂວງ.

 

ສິດ ແລະ ຫນ້າທີ່ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ

ສິດ ແລະ ຫນ້າທີ່ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ສະມາຊິກສະພາປະຊາຊົນຂັ້ນແຂວງ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ຮໍ່າຮຽນ ແລະ ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງ ນະໂຍບາຍ, ລັດຖະທໍາມະນູນ, ກົດຫມາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງກອງປະຊຸມ ສະພາປະຊາຊົນຂັ້ນແຂວງ, ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ;
  2. ໂຄສະນາ, ເຜີຍແຜ່, ປຸກລະດົມ ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນ ໃຫ້ຮັບຮູ້, ເຂົ້າໃຈ, ເຂົ້າຮ່ວມໃນການປະຕິບັດແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດຫມາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ, ແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຂັ້ນທ້ອງຖິ່ນ;
  3. ເຂົ້າຮ່ວມກອງປະຊຸມສະພາປະຊາຊົນຂັ້ນແຂວງ ຢ່າງເປັນປົກກະຕິ; ໃນກໍລະນີທີ່ບໍ່ສາມາດເຂົ້າຮ່ວມກອງປະຊຸມໄດ້ ຍ້ອນສາເຫດຈໍາເປັນໃດຫນຶ່ງ ຕ້ອງສະເຫນີຢ່າງເປັນລາຍລັກອັກສອນ ເພື່ອຂໍອະນຸຍາດ ຈາກປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
  4. ຄົ້ນຄວ້າ ແລະ ກະກຽມເນື້ອໃນຕ່າງໆ ເພື່ອປະກອບຄໍາເຫັນໃນກອງປະຊຸມ ແລະ ລົງຄະແນນສຽງດ້ວຍຄວາມຮັບຜິດຊອບສູງ;
  5. ຊັກຖາມ ປະທານ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເຈົ້າແຂວງ, ເຈົ້າຄອງນະ ຄອນຫຼວງ ແລະ ບຸກຄະລາກອນອື່ນ ທີ່ສະພາປະຊາຊົນຂັ້ນແຂວງ ເລືອກຕັ້ງ ແລະ ຮັບຮອງເອົາການ ແຕ່ງຕັ້ງ;
  6. ໃກ້ຊິດຕິດແທດ, ພົບປະ, ຮັບຕ້ອນປະຊາຊົນ, ລາຍງານການເຄື່ອນໄຫວວຽກງານ ຕໍ່ປະຊາຊົນໃນເຂດເລືອກຕັ້ງຂອງຕົນ, ເກັບກໍາ ແລະ ນໍາເອົາຄວາມຄິດຄວາມເຫັນ ແລະ ຄໍາສະເຫນີຂອງປະຊາຊົນ ເພື່ອສະເຫນີຕໍ່ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງພິຈາລະນາ, ແກ້ໄຂ ທັງຕິດຕາມຜົນຂອງການແກ້ໄຂ;
  7. ໃຫ້ຄໍາປຶກສາ ແລະ ຄໍາແນະນໍາແກ່ພົນລະເມືອງ ກ່ຽວກັບການຍື່ນຄໍາຮ້ອງທຸກ ແລະ ບັນຫາຕ່າງໆ ທີ່ຕິດພັນກັບຜົນປະໂຫຍດຂອງປະຊາຊົນ;
  8. ເຂົ້າຮ່ວມກອງປະຊຸມ, ການເຄື່ອນໄຫວ ແລະ ຂະບວນການຕ່າງໆ ເປັນຕົ້ນ ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ວຽກງານສາມສ້າງ ໃນທ້ອງຖິ່ນ;
  9. ໄດ້ຮັບຂໍ້ມູນ, ຂ່າວສານຕ່າງໆ ທີ່ຈໍາເປັນໃນການປະຕິບັດຫນ້າທີ່ຂອງຕົນ;
  10. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານຂອງຕົນໃນແຕ່ລະໄລຍະ ຢ່າງເປັນລາຍລັກ ອັກສອນ ໃຫ້ຄະນະກໍາມະການສະພາປະຊາຊົນຂັ້ນແຂວງ ທີ່ຕົນສັງກັດ;
  11. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.
Scroll to Top