ໃນຕອນບ່າຍຂອງວັນທີ 7 ພະຈິກ 2024 ຄະນະໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍສະມາຊິກ ຮ່ວມສ້າງຂະບວນການອະນາໄມ ແລະ ທາສີກຳແພງ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ເພື່ອເປັນການຕ້ອນຮັບກອງປະຊຸມໃຫ່ຍອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI, ກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມ ທົ່ວແຂວງຄໍາມ່ວນ ຄັ້ງທີ XI ແລະ ວັນສຳຄັນຕ່າງໆ ຂອງຊາດ ຂອງພັກ ຂອງຊາວໜຸ່ມ ໂດຍສະເພາະແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ( ວັນທີ 2 ທັນວາ 1975 – ວັນທີ 2 ທັນວາ 2024 ) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປີ ( ວັນທີ 13 ທັນວາ 1920 – ວັນທີ 13 ທັນວາ 2024 ) ໃຫ້ເປັນຂະບວນການຟົດຟື້ນ.





