ສິດ ແລະ ພາລະບົດບາດ ຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ
ຄະນະປະຈຳສະພາປະຊາຊົນຂັ້ນແຂວງ
ສິດ ແລະ ຫນ້າທີ່ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ
1.1. ສະເຫນີຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ພິຈາລະນາ, ຮັບຮອງເອົາ ການສ້າງ ແລະ ປັບປຸງນິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ;
1.2. ອອກມະຕິ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດກົດຫມາຍ, ລະ ບຽບການ ແລະ ວຽກງານອື່ນທີ່ຕົນຮັບຜິດຊອບ.
2.1. ດ້ານການເມືອງ ແລະ ການປົກຄອງ
2.1.1. ສະເຫນີແຜນການເຄື່ອນໄຫວວຽກງານຂອງສະພາປະຊາຊົນຂັ້ນແຂວງ;
2.1.2. ພິຈາລະນາ, ຮັບຮອງເອົາ ໂຄງການຈັດສັນ ທີ່ມີການຫຍັບຍ້າຍ ຫຼື ຍົກຍ້າຍປະຊາຊົນ ແຕ່ ຊາວ ຄອບຄົວ ຫາ ຫນຶ່ງຮ້ອຍ ຄອບຄົວ ພາຍໃນເມືອງ ຫຼື ຈາກເມືອງ, ເທດສະບານ, ນະຄອນຫນຶ່ງ ຫາ ເມືອງ, ເທດສະບານ, ນະຄອນອື່ນ ພາຍໃນແຂວງ ຕາມການສະເຫນີຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
2.1.3. ພົວພັນ ຮ່ວມມື ກັບການຈັດຕັ້ງສະພາປະຊາຊົນທ້ອງຖິ່ນຂອງຕ່າງປະເທດ ຕາມການມອບຫມາຍ;
2.1.4. ລາຍງານ ຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ກ່ຽວກັບການປະຕິບັດຫນ້າທີ່ ວຽກງານ ຂອງຕົນໃນລະຫວ່າງ ສອງກອງປະຊຸມ;
2.1.5. ຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ແຜນການເຄື່ອນໄຫວວຽກງານຂອງອົງການໄອຍະ ການປະຊາຊົນ, ສານປະຊາຊົນຂັ້ນແຂວງ;
2.1.6. ກະກຽມ ແລະ ຮຽກໂຮມ ກອງປະຊຸມສະພາປະຊາຊົນຂັ້ນແຂວງ, ກອງປະຊຸມຮ່ວມ ກັບອົງການອໍານາດລັດຂັ້ນແຂວງ.
2.2. ດ້ານເສດຖະກິດ-ສັງຄົມ
2.2.1. ຄົ້ນຄວ້າແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ ຂອງທ້ອງຖິ່ນ ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນດັ່ງກ່າວ;
2.2.2. ສົມທົບກັບອົງການປົກຄອງຂັ້ນແຂວງ ສ້າງແຜນການຈັດເກັບລາຍຮັບລາຍຈ່າຍ ປະຈໍາປີ ຂອງທ້ອງຖິ່ນ ແລ້ວມອບໃຫ້ອົງການປົກຄອງຂັ້ນແຂວງ ສະເຫນີຕໍ່ລັດຖະບານ;
2.2.3. ຄົ້ນຄວ້າ ແຜນການແບ່ງປັນງົບປະມານປະຈໍາປີ ຂອງທ້ອງຖິ່ນ ຕາມການສະເຫນີ ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
2.2.4. ຄົ້ນຄວ້າ ການກໍານົດນະໂຍບາຍສົ່ງເສີມສະເພາະ ຫຼື ຍົກເວັ້ນພາສີ ແລະ ອາກອນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ;
2.2.5. ຄົ້ນຄວ້າ ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ຂອງປະຊາຊົນ
2.3. ດ້ານການຈັດຕັ້ງ ແລະ ບຸກຄະລາກອນໃນທ້ອງຖິ່ນ.
2.3.1. ດ້ານການຈັດຕັ້ງ
2.3.1.1. ສະເຫນີສະພາປະຊາຊົນຂັ້ນແຂວງ ພິຈາລະນາ, ຮັບຮອງເອົາ ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງທີ່ສະພາປະຊາຊົນຂັ້ນແຂວງສ້າງຕັ້ງ;
2.3.1.2. ສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສ້າງຕັ້ງ,
2.3.2. ດ້ານບຸກຄະລາກອນ
2.3.2.1. ສະເຫນີ ເລືອກຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ປະທານ, ຮອງປະທານ ສະ ພາປະຊາຊົນຂັ້ນແຂວງ, ກໍາມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ;
2.3.2.2. ສະເຫນີ ເລືອກຕັ້ງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; ສະເຫນີນາຍົກລັດຖະມົນຕີ ແຕ່ງຕັ້ງ ຫຼື ປົດຕໍາແຫນ່ງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
2.3.2.3. ສະເຫນີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ປະທານ, ຮອງປະທານ ຄະນະກໍາມະການ ແລະ ເລຂາທິການ ຂອງສະພາປະຊາຊົນຂັ້ນແຂວງ;
2.3.2.4. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ;
2.3.2.5. ພິຈາລະນາ, ຮັບຮອງເອົາ ການສະເຫນີຂອງປະທານສານປະຊາຊົນ ພາກ, ແຂວງ, ນະຄອນຫຼວງ ກ່ຽວກັບການ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ຮອງປະທານສານປະຊາຊົນ ພາກ, ແຂວງ, ນະຄອນຫຼວງ, ເຂດ ແລະ ຜູ້ພິພາກສາ ຂອງສານປະຊາຊົນດັ່ງກ່າວ ບ່ອນທີ່ສານປະຊາຊົນນັ້ນຕັ້ງຢູ່;
2.3.2.6. ສະເຫນີ ປະທານສານປະຊາຊົນສູງສຸດ ພິຈາລະນາ ເພື່ອນໍາສະເຫນີຕໍ່ຄະນະປະ ຈໍາສະພາແຫ່ງຊາດ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ປະທານ, ຮອງປະທານສານປະຊາຊົນ ພາກ, ແຂວງ, ນະ ຄອນຫຼວງ, ເຂດ ແລະ ຜູ້ພິພາກສາ ຂອງສານປະຊາຊົນດັ່ງກ່າວ ບ່ອນທີ່ສານປະຊາຊົນນັ້ນຕັ້ງຢູ່;
2.3.2.7. ສະເຫນີ ຫົວຫນ້າອົງການໄອຍະການປະຊາຊົນສຸງສຸດ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ຫົວຫນ້າອົງການໄອຍະການປະຊາຊົນ ພາກ, ແຂວງ, ນະຄອນຫຼວງ, ເຂດ;
2.3.2.8. ພິຈາລະນາ, ຮັບຮອງເອົາ ການສະເຫນີຂອງເຈົ້າແຂວງ, ເຈົ້າຄອງນະຄອນ ຫຼວງ ກ່ຽວກັບການແຕ່ງຕັ້ງ ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ຫົວຫນ້າພະແນກ, ຫົວຫນ້າອົງການ ລັດທຽບເທົ່າພະແນກຂັ້ນແຂວງ;
2.3.2.9. ພິຈາລະນາ, ຮັບຮອງເອົາ ການສະເຫນີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ເປັນລາຍບຸກຄົນ ທີ່ດໍາລົງຕໍາແຫນ່ງ ໂດຍການເລືອກຕັ້ງ ຫຼື ຮັບຮອງເອົາການແຕ່ງຕັ້ງ ຕາມການມອບສິດຈາກ ສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ 3.2.6. ມາດຕາ 12 ຂອງກົດຫມາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງສະບັບນີ້;
2.3.2.10. ແຕ່ງຕັ້ງ ສະມາຊິກສະພາປະຊາຊົນຂັ້ນແຂວງ ສັງກັດໃນຄະນະກໍາມະການ;
2.3.2.11. ພິຈາລະນາຕົກລົງ ການຍົກຍ້າຍ ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາການ ໄປຮັບຫນ້າທີ່ອື່ນ ແລະ ການຍ້ອງຍໍ ສະມາຊິກສະພາປະຊາຊົນຂັ້ນແຂວງ;
2.3.2.12. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແຫນ່ງ ເຈົ້າ ເມືອງ, ຫົວຫນ້າເທດສະບານ, ເຈົ້ານະຄອນ ຕາມການສະເຫນີຂອງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.
3.1. ຕິດຕາມ ກວດກາການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດຫມາຍ, ມະຕິຂອງກອງປະ ຊຸມສະພາແຫ່ງຊາດ, ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ຂັ້ນແຂວງໃນທ້ອງຖິ່ນຕົນ;
3.2. ຕິດຕາມ ກວດກາການເຄື່ອນໄຫວຂອງ ອົງການໄອຍະການປະຊາຊົນ, ສານປະຊາຊົນ ຂັ້ນແຂວງ, ອົງການສືບສວນ-ສອບສວນ, ອົງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ອົງການກວດສອບ ປະຈໍາພາກ ແລະ ອົງການໄອຍະການປະຊາຊົນ, ສານປະຊາຊົນ ພາກ ບ່ອນທີ່ອົງການດັ່ງກ່າວຕັ້ງຢູ່;
3.3. ໂຈະ ການຈັດຕັ້ງປະຕິບັດ ນິຕິກໍາຂອງອົງການລັດຂັ້ນແຂວງຂອງຕົນ ທີ່ຂັດກັບລັດຖະທໍາ ມະນູນ, ກົດຫມາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລ້ວນໍາສະເຫນີຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ພິຈາລະນາ, ຍົກເວັ້ນຄໍາຕົກລົງ ກ່ຽວກັບການດໍາເນີນຄະ ດີຂອງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ;
3.4. ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເຫນີ, ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ;
3.5. ຕິດຕາມ ກວດກາການໂຄສະນາ, ເຜີຍແຜ່ ລັດຖະທໍາມະນູນ, ກົດຫມາຍ ແລະ ນິຕິກໍາອື່ນ ຕາມຄວາມຮັບຜິດຊອບຂອງຕົນ.

