ຕອນເຊົ້າຂອງວັນທີ 21 ພະຈິກ 2024 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ພັທ ຈັນເພັງ ແກ້ວມະນີ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນຂັ້ນແຂວງ ທັງເປັນ ຫົວໜ້າກອງເລຂາຄະນະຮັບຜິດຊອບກວດກາ, ສ້າງ ແລະ ປັບປຸງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ເຂົ້າຮ່ວມມີ ຫົວໜ້າ/ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງຄໍາມ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕອນທ້າຍກອງປະຊຸມ ທ່ານ ພັທ ຈັນເພັງ ແກ້ວມະນີ ໄດ້ມີຄຳເຫັນກ່າວປິດກອງປະຊຸມວ່າ: ກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ ໄດ້ສຳເລັດຕາມຄາດໝາຍທີ່ວາງໄວ້ ເຊິ່ງກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເປັນປະໂຫຍດ ແລະ ມີຄວາມເຫັນດີເປັນເອກະພາບໂດຍພື້ນຖານຕໍ່ໂຄງຮ່າງ ແລະ ເນື້ອໃນ, ທັງນີ້ກໍ່ເພື່ອເປັນຂໍໍ້ມູນເບື້ອງຕົ້ນໃຫ້ແກ່ຄະນະຮັບຜິດຊອບກວດກາ, ສ້າງ ແລະປັບປຸງນິຕິກຳຂອງສະພາປະຊາຊົນແຂວງຄໍາມ່ວນ ທີ່ຈະສະເໜີນຳເຂົ້າຄົ້ນຄວ້າ, ພິຈາລະນາໃນກອງປະຊຸມຄະນະປະຈຳສະພາປະຊາຊົນຂັ້ນແຂວງ; ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບກອງປະຊຸມ ທີ່ເປັນໃຈກາງໃນການກະກຽມເນື້ອໃນ ໃຫ້ແກ່ການດຳເນີນກອງປະຊຸມຄັ້ງນີ້ ແລະ ຕີລາຄາສູງຕໍ່ຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ຂອງບັນດາທ່ານຜູ້ທີ່ເຂົ້າຮ່ວມກອງປະຊຸມ ທີ່ໄດ້ຕັ້ງໜ້າປະກອບຄຳຄິດຄຳເຫັນດ້ວຍ.
ໂດຍ: ເອື້ອ ມະໂນສິງ





