ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

    ໃນວັນທີ 2 ຕຸລາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ໂດຍການເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນດາທ່ານສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
 
  ໂອກາດມີຄໍາເຫັນ ກ່າວເປີດຊຸດຝຶກອົບຮົມ ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ຍົກໃຫ້ເຫັນວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຜີຍແຜ່, ໂຄສະນາກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ; ເປັນການຊຸກຍູ້, ແນະນໍາ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສະພາປະຊາຊົນຂັ້ນແຂວງ, ການກະກຽມໃຫ້ແກ່ການດໍາເນີນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທັງເປັນຂໍ້ມູນ, ບ່ອນອີງ ໃຫ້ແກ່ການຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງຂອງສະພາໃນຊຸດຕໍ່ໄປ ໃຫ້ເປັນລະບົບ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາຂອງພັກເວົ້າລວມ, ສະເພາະແມ່ນການຍົກສູງບົດບາດຂອງສະພາ ໃຫ້ມີຄວາມເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ໃນກອງປະຊຸມບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຸດຕໍ່ໄປ ຕາມເນື້ອໃນຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 19/ຄປຈ.ສພຊ ລົງວັນທີ 26 ສິງຫາ 2025.
  ນໍາສະເໜີໂດຍ ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍສະພາແຫ່ງຊາດ, ນອກນັ້ນ, ກອງປະຊຸມຍັງຈະໄດ້ມີການສົນທະນາແລກປ່ຽນຄໍາຄິດ ຄໍາເຫັນຕໍ່ວຽກງານດັ່ງກ່າວຮ່ວມກັນ ໂດຍສະເພາະ ດ້ານກົນໄກການປະສານງານລະຫວ່າງ ສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງແຂວງ, ບາດກ້າວຂັ້ນຕອນການຈັດຕັ້ງປະຕິບັດພາລະບົດບາດຂອງ ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ກ່ຽວກັບດ້ານໂຄງປະກອບບຸກຄະລາກອນ ແລະ ອື່ນໆ.
ທັງນີ້, ກໍ່ເພື່ອເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ອົງການຈັດຕັ້ງລັດຂັ້ນທ້ອງຖິ່ນ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ; ມີຄວາມເຂົ້າໃຈຢ່າງຖືກຕ້ອງ ຕໍ່ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ລວມທັງດ້ານໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ ແລະ ວຽກງານກະກຽມດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເພື່ອຈະໄດ້ນໍາໄປຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ແລະ ມີຜົນສໍາເລັດ, ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດ; ໂດຍໄດ້ຮັບການສະໜັບສະໜູນງົບປະມານສົມທົບຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ເຊກາ ໄລຍະ II ( CEGGA II ).

ໂດຍ: ເອື້ອ ມະໂນສິງ

Scroll to Top