ກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດບັນດາມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.

Share:

ເພື່ອເປັນການແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ກໍ່ຄືການຈັດຕັ້ງປະຕິບັດ ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຂອງຄະນະສະມຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງ ແລະ ກົງຈັກການຈັດຕັ້ງພາຍໃນສະພາປະຊາຊົນແຂວງ ໃນການເປັນເສນາທິການໃຫ້ແກ່ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ໃນຜົນຂອງການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍຂອງ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນໄລຍະຜ່ານມາ; ໃນວັນທີ 5 ກໍລະກົດ 2024, ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດບັນດາມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ປະທານ/ຮອງປະທານຄະນະກຳມະການ, ເລຂາ/ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 19 ທ່ານ.

ຈາກນັ້ນ ບັນດາທ່ານ ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ກໍ່ຄືການຈັດຕັ້ງປະຕິບັດບັນດາມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຢ່າງມີຈຸດສຸມ, ຫຼາກຫຼາຍທີ່ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງຂອງສະພາປະຊາຊົນຂັ້ນແຂວງ ແລະ ເປັນຂໍ້ມູນໃນການນຳໄປຄົ້ນຄວ້າ, ປັບປຸງໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ບັນດາຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີແນະຕ່າງໆ ຢ່າງມີຈຸດສຸມ, ຂອງບັນດາທ່ານຜູ້ແທນ ທີ່ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງແຕ່ລະເຂດເລືອກຕັ້ງເມືອງ, ພ້ອມນັ້ນ ຍັງຍົກໃຫ້ເຫັນການຈັດກອງປະຊຸມໃນຄັ້ງນີ້ ແມ່ນເປັນບາດກ້າວທີ່ສຳຄັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ, ສາມາດນຳໄປໝູນໃຊ້ໃນວຽກງານຕາມພາລະບົດບາດຕົວຈິງຂອງແຕ່ລະທ້ອງຖິ່ນຂອງຕົນ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ.

ໂອກາດດຽວກັນ ທ່ານ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຜູ້ໃຫ້ທຶນຈັດກອງປະຊຸມໃນເທື່ອນີ້ ເຊິ່ງໄດ້ຮັບການສະໜັບສະໜູນໂດຍ: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສະເຕັບສ໌ (STEPs).

Share:
Scroll to Top