ວັນທີ 25 ມິຖຸນາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີເຜີຍແຜ່ເອກະສານ 2 ມະຕິກົມການເມືອງສູນກາງພັກ ສຳຄັນຄື: ມະຕິກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າໂຕເອງໃນໄລຍະໃໝ່ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ, ລົງວັນທີ່ 22 ພຶດສະພາ 2020 ວ່າດ້ວຍການເພີ້ມທະວີປ້ອງກັນຄວາມສະຫງົບໃນສະພາບການໃໝ່, ໂດຍການເປັນກຽດເຜີຍແຜ່ເອກະສານ ຂອງ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ຄໍາສຸກ ວັນທະວົງສາ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ມີຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.




