ໃນຕອນບ່າຍຂອງວັນທີ 10 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ສຸບັນ ສະວະບຸດ ກຳມະການຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ວຽກງານການພົບປະ ປະຊາຊົນ ຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ທັງເປັນປະທານສະພາປະຊາຊົນຂັ້ນແຂວງ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ ແລະ ຫົວໜ້າ/ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.


ຈຸດປະສົງໃນການເຄື່ອນໄຫວເຮັດວຽກຄັ້ງນີ້: ເພື່ອປຶກສາຫາລືກ່ຽວກັບວຽກງານການພົບປະ ປະຊາຊົນ ຂອງ ສສຊ ແລະ ສສຂ, ເພື່ອເປັນການຄົ້ນຄວ້າ ແລະ ປັບປຸງ, ເປັນຂໍ້ມູນໃນການປະເມີນການຈັດຕັ້ງປະຕິບັດວຽກງານນິຕິກຳກ່ຽວກັບວຽກງານການພົບປະ ປະຊາຊົນ ໃນຕໍ່ໄປໃຫ້ມີຄຸນນະພາບ.

ກອງປະຊຸມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ແລະ ມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກ່ຽວກັບວຽກງານການພົບປະ ປະຊາຊົນ ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມ 3 ພາລະບົດບາດຕົ້ນຕໍຄື: ດ້ານການພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາ ການເຄົາລົບປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການປົກຄອງທ້ອງຖິ່ນ;

ພາຍຫຼັງຮັບຟັງການລາຍງານ ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມກໍໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ ຍົກໃຫ້ເຫັນ ດ້ານດີ ແລະ ຂໍ້ຄົງຄ້າງ ເພື່ອຄົ້ນຄວ້າຊຸກຍູ້ວຽກງານດັ່ງກ່າວໃຫ້ມີປະສິດພາບ ແລະ ປະສິດທິຜົນຂຶ້ນເປັນກ້າວໆ.
ໂດຍ: ເອື້ອ ມະໂນສິງ




