ໃນຕອນບ່າຍຂອງວັນທີ 9 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຕິດຕາມ, ກວດກາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດໄລຍະຜ່ານມາ, ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ໂດຍການເຂົ້າຮ່ວມມີ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະທານສະພາປະຊາຊົນຂັ້ນແຂວງ, ແລະ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງບັນດາພະແນກການທີ່ກ່ຽວຂ້ອງຄື: ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກສາທາລະນະສຸກແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ ແລະ ພະແນກພາຍໃນແຂວງ; ພາຍຫລັງໄດ້ຮັບຟັງການລາຍງານແລ້ວ ທ່ານປະທານກອງປະຊຸມ ພ້ອມດ້ວຍຄະນະຜູ້ແທນ ກໍໄດ້ແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ມີບາງຄໍາຖາມເຈາະຈີ້ມຕໍ່ພະແນກການດັ່ງກ່າວທີ່ເຂົ້າຮ່ວມຢ່າງກົງໄປ-ກົງມາເພື່ອເປັນຂໍ້ມູນອັນຄົບຖ້ວນຮອບດ້ານດ້ວຍພາວະວິໃສ.

ຈຸດປະສົງຈັດກອງປະຊຸມຄັ້ງນີ້: ກໍ່ເພື່ອຜັນຂະຫຍາຍ ແລະຊູກຍູ້, ຕິດຕາມກວດກາ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 117/ສພຊ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ 2021-2025 ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ທິດທາງແຜນການປະຈໍາປີ 2024 ຂອງສະພາແຫ່ງຊາດ ຊຸດທີ IX ເປັນແຜນການຈັດຕັ້ງປະຕິບັດ ໃຫ້ມີຈຸດສຸມ, ມີປະສິດທິພາບ ແລະ ປະສິດທິຜົນ; ແລະ ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ປຸກລະດົມໃຫ້ຂະແໜງການຢູ່ທ້ອງຖິ່ນ ກ່ຽວກັບການພັດທະນາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໃນໄລຍະຜ່ານມາ; ແລະ ເປັນຂໍ້ມູນມາວິເຄາະ, ວິໄຈ ໃຫ້ເຫັນ, ດ້ານດີ ແລະ ຂໍ້ຄົງຄ້າງ, ໃຫ້ຮູ້ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ, ນຳມາປັບປຸງແກ້ໄຂ ກ່ຽວກັບຄຸນນະພາບການສຶກສາໃນໄລຍະໃໝ່ ແລະ ເສີມສ້າງຊັບພະຍາກອນມະນຸດນຳໄປສູ່ການພັດທະນາປະເທດທາງດ້ານເສດຖະກິດ-ສັງຄົມ, ການເມືອງ ແລະ ວັດທະນະທຳ ພ້ອມນັ້ນ, ເພື່ອລາຍງານຜົນການຕິດຕາມກວດກາ ຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ກອງປະຊຸມສະໄໝມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະໄຂຂຶ້ນໃນຕໍ່ໜ້າ.
ໂດຍ: ເອື້ອ ມະໂນສິງ




