ໃນຕອນເຊົ້າວັນທີ 9 ກັນຍາ 2024 ທີ່ຫ້ອງວ່າການແຂວງຄໍາມ່ວນ ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມຄະນະທີ່ມາເຄື່ອນໄຫວຕິດຕາມ, ກວດກາ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ, ໄດ້ເຂົ້າພົບປະກັບ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ) ເຊິ່ງໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈຕໍ່ປະທານກຳມາທິການ ພ້ອມຄະນະທີ່ໄດ້ລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້. ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ, ໂດຍສະເພາະໃນຂົງເຂດການສຶກສາທິການ ແລະກິລາ ໃນແຂວງ; ພາຍຫຼັງຮັບຟັງການລາຍງານ ທ່ານ ບຸນຕາ ເທບພະວົງ ກໍ່ສະແດງຄວາມຂອບໃຈຕໍ່ ທ່ານຮອງເຈົ້າແຂວງ,
ພ້ອມທັງແຈ້ງຈຸດປະສົງກ່ຽວກັບການລົງມາເຄື່ອນໄຫວເຮັດວຽກຄັ້ງນີ້ວ່າ: ເພື່ອຜັນຂະຫຍາຍ ແລະຊູກຍູ້, ຕິດຕາມກວດກາ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 117/ສພຊ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ 2021-2025 ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ທິດທາງແຜນການປະຈໍາປີ 2024 ຂອງສະພາແຫ່ງຊາດ ຊຸດທີ IX ເປັນແຜນການຈັດຕັ້ງປະຕິບັດ ໃຫ້ມີຈຸດສຸມ, ມີປະສິດທິພາບ ແລະ ປະສິດທິຜົນ; ແລະ ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ປຸກລະດົມໃຫ້ຂະແໜງການຢູ່ທ້ອງຖິ່ນ ກ່ຽວກັບການພັດທະນາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໃນໄລຍະຜ່ານມາ.
ຈາກນັ້ນ, ຄະນະໄດ້ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ.
ໂດຍ: ເອື້ອ ມະໂນສິງ






