ຕອນເຊົ້າຂອງວັນທີ 29 ສິງຫາ 2024 ທີ່ສຳນັກງານເມືອງໄຊບົວທອງແຂວງຄໍາມ່ວນ ໃນໂອກາດທີ່ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນຄໍາມ່ວນ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ໄດ້ຕາງໜ້າສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ປະກອບສ່ວນຊຸກຍູ້ງົບປະມານກໍ່ສ້າງທາງເບຕົງ ສຳນັກງານເມືອງໄຊບົວທອງ ຈໍານວນ ເງິນ 3.000.000 ກີບ ແລະ ຮັບໂດຍ ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ແລະ ບັນດາຄະນະການນຳຂອງເມືອງເຂົ້າຮ່ວມ





