ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ແລະ ປະຕິບັດຕາມແຜນການເຄື່ອນໄຫວພົບປະປະຊາຊົນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ສະບັບເລກທີ 943/ຄລຂ.ຄມ, ລົງວັນທີ 20 ສິງຫາ 2024; ພາຍຫຼັງທີ່ໄດ້ສຳເລັດການເຄື່ອນໄຫວໃນລະຫວ່າງວັນທີ 26-29 ສິງຫາ ທີ່ຜ່ານມາສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II , ເຊິ່ງໄດ້ແບ່ງອອກເປັນ 2 ຄະນະ: ຄະນະທີ 1 ນຳໂດຍທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ແລະ ທ່ານ ບຸນທະວີ ພິລາວັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ, ພ້ອມດ້ວຍພະນັກງານ, ວິຊາການຈາກສະພາປະຊາຊົນແຂວງ ແລະ ໜ່ວຍງານຊ່ວຍວຽກ ຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງເຂົ້າຮ່ວມ;

ແລະ ຄະນະທີ 2 ນຳໂດຍທ່ານ ສາຍຄໍາ ພະໄຊສິດທິເດດ ກຳມະການພັກແຂວງ ເຈົ້າເມືອງໄຊບົວທອງ, ທັງເປັນ ສສຂ ປະຈໍາເຂດເລືອກຕັ້ງເມືອງ ແລະ ທ່ານ ນາງ ຖາວອນ ໄຊຍະສອນ ສສຂ ປະຈໍາເຂດເລືອກຕັ້ງເມືອງ , ພ້ອມດ້ວຍພະນັກງານຈາກສະພາປະຊາຊົນຂັ້ນແຂວງ ແລະ ໜ່ວຍງານຊ່ວຍວຽກ ຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງເຂົ້າຮ່ວມເປັນຄະນະ,

ໄດ້ສຳເລັດໃນການເຄື່ອນໄຫວພົບປະອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຢູ່ 16 ຈຸດຂອງເມືອງໄຊບົວທອງ, ມີຜູ້ເຂົ້າຮ່ວມທັງໝົດ 1.731 ເທື່ອຄົນ, ຍິງ 630 ເທື່ອຄົນ, ໂດຍຜ່ານການສັງລວມການຮັບເອົາຄໍາຄິດ-ຄໍາເຫັນ ແລະ ຄໍາສະເໜີຂອງປະຊາຊົນຈໍານວນ 16 ຈຸດ, ນັ້ນເປັນຄໍາສະເໜີທີ່ໄດ້ຕິດພັນກັບ 3 ຂົງເຂດຄື: ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ ແລະ ຂົງເຂດ ປກຊ-ປກສ.

ສະນັ້ນ, ໃນຕອນເຊົ້າຂອງວັນທີ 30 ສິງຫາ 2024 ທີ່ສຳນັກງານເມືອງໄຊບົວທອງ, ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງໄຊບົວທອງ ໂດຍການເປັນປະທານຮ່ວມຂອງທ່ານ ບຸນທະວີ ພິລາວັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ ແລະ ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ທັງເປັນ ສສຂ ປະຈໍາເຂດເລືອກຕັ້ງເມືອງ ເຂົ້າຮ່ວມມີ ທ່ານ ນາງ ຖາວອນ ໄຊຍະສອນ ສສຂ ປະຈໍາເຂດເລືອກຕັ້ງເມືອງ, ມີບັນດາ ທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ແລະ ຫົວໜ້າຫ້ອງການອ້ອມຂ້າງເມືອງ, ກຳລັງ ປກຊ-ປກສ ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຈຸດປະສົງ: ຈັດກອງປະຊຸມຄັ້ງນີ້ແມ່ນເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວພົບປະ ແລະ ການຄົ້ນຄວ້າປຶກສາຫາລື ປະກອບຄໍາຄິດ-ຄໍາເຫັນ, ພິຈາລະນາເອົາບັນດາຄໍາສະເໜີ, ຄໍາຮ້ອງ ແລະ ບັນຫາຂໍ້ຂັດຂ້ອງຫມອງໃຈຕ່າງໆຂອງອົງການປົກຄອງເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນໃນເຂດເລືອກຕັ້ງແຕ່ລະຈຸດທີ່ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ສະມາຊິກສະພາປະຊາຊົນແຂວງຄໍາມ່ວນປະຈໍາເຂດເລືອກຕັ້ງເມືອງໄຊບົວທອງ, ທີ່ໄດ້ສຳເລັດໃນການເຄື່ອນໄຫວພົບປະຢ້ຽມຢາມຜູ້ມີສິດເລືອກຕັ້ງທີຕິດພັນກັບການຈັດຕັ້ງຜັນຂະຫຍາຍ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະພາ 2 ຂັ້ນ.
ທັງນີ້ກໍ່ເພື່ອເປັນການຄົ້ນຄ້ວາປຶກສາຫາລື ແລະ ເປັນເອກະພາບ ໃນການສະເໜີຕໍ່ໄປຍັງອົງການອຳນາດລັດຂັ້ນຕ່າງໆ ໃນການນໍາໄປຄົ້ນຄວ້າ-ແກ້ໄຂຄໍາສະເໜີ ຕາມພາລະບົດ ສິດ, ໜ້າທີ່ ແລະ ຕາມລະບຽບກົດໝາຍ.




