ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກາຖາ ເຜີຍແຜ່ມູນເຊື້ອວັນສຳຄັນປະຫວັດສາດຂອງຊາດ, ຂຶ້ນໃນຕອນເຊົ້າຂອງວັນທີ 6 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໂດຍເປັນກຽດປາຖະກາຖາຂອງທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຄະນະກໍາມະການ, ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າຂະແໜງ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມຮັບຟັງ.
ໃນພິທີທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງລັດຖະທຳມະນູນໂດຍສະເພາະແມ່ນ ສະພາບແວດລ້ອມແຫ່ງການກຳເນີດ ລັດຖະທຳມະນູນຂອງ ສປປ ລາວ ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ ພັກໄດ້ວາງແນວທາງ ແລະ ນຳພາປະຊາຊົນປະຕິບັດສອງຫນ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານໂດຍເລີ່ມຈາກການປ່ຽນແປງທາງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດທີ່ມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ. ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ດັ່ງກ່າວຈິ່ງມີຄວາມຈຳເປັນຕ້ອງຫັນໄປສູ່ການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບ. ດ້ວຍເຫດນັ້ນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II (ປີ 1991) ຈິ່ງໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນສະບັບທຳອິດຂອງ ສປປ ລາວ ຊຶ່ງໄດ້ປະກາດໃຊ້ໃນວັນທີ 15/8/ 1991.ໂອກາດດຽວກັນ ທ່ານ ກໍ່ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນ ໃນຖານະເປັນກະບອກສຽງຂອງອົງການຈັດຕັ້ງ ພັກ-ລັດ ແລະ ສັງຄົມໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ ແລະ ສາລະຄວາມຮູ້ຕ່າງໆ, ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຕ້ານຕີຖ້ອຍທຳນອງທີ່ບິດເບືອນຄວາມເປັນຈິງຂອງພວກຄົນບໍ່ດີ, ພ້ອມທັງເປັນຂົວຕໍ່ລະຫວ່າງພັກ ກັບປະຊາຊົນ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ປະຊາຊົນ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ. ຕະຫຼອດໄລຍະ 74 ປີຜ່ານມາ ວຽກງານສື່ມວນຊົນ ແມ່ນມີການເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ, ສາມາດນຳໃຊ້ເຕັກໂນໂລຊີເຂົ້າໃນການເກັບກຳ ແລະ ບັນທຶກຂໍ້ມູນ ລວມເຖິງມີສື່ໃໝ່ໆເກີດຂຶ້ນ ເປັນຕົ້ນແມ່ນສື່ອອນລາຍ ທີ່ເປັນເງື່ອນໄຂເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານ ມີຄວາມສະດວກ, ກວ້າງຂວາງ ແລະ ມີຄວາມວ່ອງໄວ. ຈາກນັ້ນ ທ່ານ ບົວພັນ ແສງຈັນ ໄດ້ຫວນຄືນປະຫວັດ ແລະ ຜົນງານທີ່ພົ້ນເດັ່ນຂອງທ່ານ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ທ່ານປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ ຫຼວງພະບາງ, ຊັ້ນມັດທະຍົມຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຢ່າງພິລະອາດຫານ ຕ້ານຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່. ປະທານ ສຸພານຸວົງ ເປັນເຊື້ອເຈົ້າ ເປັນເຊື້ອກະສັດ ເປັນຜູ້ນຳທີ່ມີ ຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖື ໝູ່ຄະນະ, ເອື້ອເຟື້ອຮັກແພງ ມິດສະຫາຍຢ່າງຈິງໃຈ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນ້ຳໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດ ເພື່ອປະຊາຊົນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ, ທ່ານໄດ້ອຸທິດໝົດຈິດໝົດໃຈ, ຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ; ແລະ ປະຫວັດຄວາມເປັນມາ 02 ວັນສໍາຄັນຂອງຊາດຄື : ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ (13 ສິງຫາ 1950-13 ສິງຫາ 2024) ແລະ ວັນຍຶດອໍານາດ ຄົບຮອບ 49 ປີ ( 23 ສິງຫາ 1945/1975 – 23 ສິງຫາ 2024 ).
ໃນຕອນທ້າຍຂອງພິທີ ທ່ານ ນາງ ບັງອອນ ໄຊຍະສິດ ກໍ່ໄດ້ກ່າວມີຄຳເຫັນໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ບັນດາສະຫາຍສະມາຊິກພັກກໍ່ຄືພະນັກງານຫຼັກແຫຼ່ງ, ພະນັກງານໜຸ່ມນ້ອຍ ຮຸ່ນສືບທອດ ຈົ່ງໄດ້ເພີ່ມທະວີ ນໍ້າໃຈຮັກຊາດອັນສູງສົ່ງ, ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ ປົກປັກຮັກສາໝາກຜົນ ຂອງການປະຕິວັດພ້ອມ ພາຍໃຕ້ການນຳຂອງພັກ, ມາສູ່ປະຊາຊົນໃຫ້ມີຄວາມສະຫງົບສຸກ, ສັງຄົມມີຄວາມສີວິໄລ ແລະ ຍຸດຕິທຳເປັນກ້າວໆ.
ໂດຍ: ເອື້ອ ມະໂນສິງ






