ກອງປະຊຸມຮ່ວມລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024
ໃນຕອນບ່າຍຂອງວັນທີ 27 ມີນາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຮ່ວມ ລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024 ໂດຍການເປັນປະທານຮ່ວມຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄຳມ່ວນ ແລະ ທ່ານ ສົມບູນ ແກ້ວວົງສາ ຫົວໜ້າຫ້ອງວ່າການແຂວງຄຳມ່ວນ; ມີຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຄະນະຫ້ອງວ່າການແຂວງຄຳມ່ວນ; ບັນດາຫົວໜ້າ/ຮອງຫົວໜ້າຂະແໜງການສະພາປະຊາຊົນແຂວງຄຳມ່ວນ ແລະ ຫ້ອງວ່າການແຂວງ ເຂົ້າຮ່ວມ. ຈຸດປະສົງກອງປະຊຸມຄັ້ງນີ້: ເພື່ອເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຂຶ້ນເປັນກ້າວ ແລະ ທັງຮັບປະກັນການປະຕິບັດຕາມພາລະບົດ, ສິດ ແລະໜ້າທີ່ ຂອງແຕ່ລະພາກສ່ວນມີຄວາມສອດຄ່ອງ ແລະ ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນນິຕິກຳໃຕ້ກົດໝາຍ. ກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມ ລະຫວ່າງຄະນະເລຂາທິການ ສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025; ເຜີຍແຜ່ […]



