May 2025

ແຂວງຄຳມ່ວນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ.

ພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ກົງກັບວັນເດັກນ້ອຍສາກົນ ປະຈໍາປີ 2025, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ພຶດສະພາ 2025 ນີ້, ທີ່ ເຂດສຳປະທານບໍລິສັດ ແມ່ຂອງ ປູກໄມ້ຈຳກັດ ບ້ານໂພນສະອາດ ເມືອງຫີນບູນ ແຂວງຄຳມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ໃນຄັ້ງນີ້: ໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍບັນດາທ່ານການນຳຂອງແຂວງ, ມີບັນດາທ່ານຕາງໜ້າໃຫ້ພະແນກການ, ອົງການປົກຄອງເມືອງອ້ອມຂ້າງ, ບັນດາຫ້ອງການ, ຕາງໜ້າບໍລິສັດແມ່ຂອງປູກໄມ້ຈຳກັດ, ແຂກຖືກເຊີນ ແລະ ຕະຫຼອນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ. ການສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນ ປູກຕົ້ນໄມ້ແຫ່ງຊາດ ແມ່ນເປັນກິດຈະກຳປົກກະຕິຂອງຊາດລາວເຮົາ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ແຂວງຄຳມ່ວນ ໄດ້ຈັດຕັ້ງປະຕິບັດຜ່ານມາໃນທຸກໆປີ, ເພື່ອໃຫ້ມີຄວາມໝາຍຄວາມສໍາຄັນ ແລະ ມີຄວາມຍືນຍົງກາຍເປັນແຮງບັນດານໃຈໃຫ້ຄົນລາວທຸກຖ້ວນໜ້າເພີ້ມທະວີຄວາມຮັກປ່າໄມ້ ແລະ […]

ແຂວງຄຳມ່ວນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ. Read More »

ພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງສະພາປະຊາຊົນແຂວງຄຳມ່ວນ.

  ໃນຕອບບ່າຍຂອງວັນທີ 29 ພຶດສະພາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ 3,5,6 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ເຂົ້າຮ່ວມມີ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະເລຂາທິການ, ຄະນະຫ້ອງວ່າການແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງຄຳມ່ວນ.   ໃນພິທີ, ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ຜ່ານບັນດາ ມະຕິ ຂອງຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ສະບັບເລກທີ 88,89,90/ຄປຈ.ສພຂ, ລົງວັນທີ 24 ມີນາ 2025 ວ່າດ້ວຍການແຕ່ງຕັ້ງດຳລົງຕຳແໜ່ງບໍລິຫານ ປະເພດ 3,5,6 ຂອງສະພາປະຊາຊົນແຂວງຄຳມ່ວນ, ເຊິ່ງໄດ້ແຕ່ງຕັ້ງທ່ານ ສຸກສົມພອນ ແສງອາລຸນ ເປັນຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ທ່ານ ເທບພະພອນ ສຸພາໂກສົນ ເປັນຫົວໜ້າຂະແໜງຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ, ທ່ານ

ພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງສະພາປະຊາຊົນແຂວງຄຳມ່ວນ. Read More »

ຮອງເລຂາທິການສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ ສະພາປະຊາຊົນແຂວງຄຳມ່ວນ.

ໃນຕອນເຊົ້າວັນທີ 28 ພຶດສະພາ2025 ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ນວນທອງ ສຸວັນວິໄຊ  ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ ແລະ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ. ໂອກາດດັ່ງກ່າວ ທ່ານ ນວນທອງ ສຸວັນວິໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ ເພື່ອລາຍງານ ແລະ ແຈ້ງຈຸດປະສົງ ໃນການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ພ້ອມດຽວກັນນັ້ນ, ກໍໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ມີຮອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ຈຸດປະສົງຂອງການລົງເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາແຫ່ງຊາດ ຄັ້ງນີ້ ກໍເພື່ອຕິດຕາມຊຸກຍູູ້ ແລະ ເກັບກຳຂໍ້ມູນ ການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໂດຍສະເພາະແມ່ນການເປັນເສນາທິການໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ເປັນຕົ້ນ

ຮອງເລຂາທິການສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ ສະພາປະຊາຊົນແຂວງຄຳມ່ວນ. Read More »

ກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ.

  ວັນທີ 27 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ ປະຈໍາປີ 2025, ໂດຍການເປັນປະທານຂອງທ່ານ ນາງ ບັງອອນ ໄຊຍະສິດ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ເຂົ້າຮ່ວມ ມີ ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງຄຳມ່ວນ ແລະ ມີບັນດາຄະນະກໍາມະການ, ສະມາຊິກສະພາປະຊາຊົນຂັ້ນແຂວງທີ່ສັງກັດຢູ່ໃນຄະນະກໍາມະການ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 15 ທ່ານ. ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 117/ສພຊ, ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ ( 2021-2025 ) ແລະ

ກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ. Read More »

ນັກຮຽນທິດສະດີການເມືອງລະບົບຂັ້ນຕົ້ນ ຂອງສະພາແຫ່ງຊາດ ທັດສະນະສຶກສາ ກຸ່ມຜະລິດກະສິກຳ ທີ່ເມືອງໜອງບົກ.

  ໃນຕອນເຊົ້າວັນທີ 22 ພຶດສະພາ 2025 ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບທິດສະດີການເມືອງຂັ້ນຕົ້ນ ພ້ອມດ້ວຍ ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ໄດ້ທັດສະນະສຶກສາ ທີ່ບ້ານດອນຂຽວເໝືອ ແລະ ບ້ານດອນປາແດກ ເມືອງໜອງບົກ ແຂວງຄຳມ່ວນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ສຸວັນໂນ ວິໄລວັນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງໜອງບົກ ພ້ອມດ້ວຍ ຄະນະປະຈຳພັກເມືອງ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຕ້ອນຮັບ.  ທີ່ບ້ານດອນຂຽວເໝືອ             ການເຄື່ອນໄຫວຄັ້ງນີ້ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ພ້ອມຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານດອນຂຽວເໝືອ ແລະ ວຽກງານ 3 ສ້າງຂອງບ້ານ ຈາກທ່ານ ສະຫງຽມ ໂຄດສຸວັນ

ນັກຮຽນທິດສະດີການເມືອງລະບົບຂັ້ນຕົ້ນ ຂອງສະພາແຫ່ງຊາດ ທັດສະນະສຶກສາ ກຸ່ມຜະລິດກະສິກຳ ທີ່ເມືອງໜອງບົກ. Read More »

ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນຂອງສະພາແຫ່ງຊາດ ພົບປະແລກປ່ຽນບົດຮຽນ ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ.

    ໃນຕອນບ່າຍຂອງວັນທີ 21 ພຶດສະພາ 2025 ທີ່ສະໂມສອນ 21 ມີນາ ໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ, ນໍາໂດຍ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ແລະ ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ພົບປະແລກປ່ຽນບົດຮຽນກ່ຽວກັບການຮຽນການສອນໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ, ໃຫ້ການຕ້ອນຮັບໂດຍ ທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ, ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາ ພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.   ການເຄື່ອນໄຫວພົບປະແລກປ່ຽນບົດຮຽນໃນຄັ້ງນີ້ໄດ້ຮັບຟັງ ການລາຍງານສະພາບການໂດຍຫຍໍ້ ເຊິ່ງໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ, ມີຖານະເທົ່າທຽມກັບ ພະແນກການຕ່າງໆ ແລະ

ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນຂອງສະພາແຫ່ງຊາດ ພົບປະແລກປ່ຽນບົດຮຽນ ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ. Read More »

ນັກຮຽນທິດສະດີການເມືອງຂັ້ນຕົ້ນ ສະພາແຫ່ງຊາດ ທັດສະນະສຶກສາຢູ່ແຂວງຄໍາມ່ວນ.

            ຕອນເຊົ້າ, ວັນທີ 21 ພຶດສະພາ 2025 ທີ່ສຳນັກງານແຂວງຄຳມ່ວນ, ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ນໍາໂດຍທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບທິດສະດີການເມືອງຂັ້ນຕົ້ນ ໄດ້ເຄື່ອນໄຫວທັດສະນະສຶກສາ, ພົບປະແລກປ່ຽນບົດຮຽນ ແລະ ເກັບກຳຂໍ້ມູນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ແລະ ວຽກງານ 3 ສ້າງ, ໂດຍການຕ້ອນຮັບຂອງ ທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ເຊິ່ງມີບັນດາພະແນກການກ່ຽວຂ້ອງເຂົ້າຮ່ວມ.   ໃນລະວາການພົບປະ ທ່ານ ຮອງເຈົ້າແຂວງ ໄດ້ແຈ້ງກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງຄຳມ່ວນ, ແລະທ່າແຮງຂອງແຂວງ, ແຂວງຄຳມ່ວນ ມີເນື້ອທີ່ທັງໝົດ 16.315 ກິໂລຕາແມັດ, ແບ່ງເປັນສອງເຂດນິເວດວິທະຍາຄື: ເຂດພູດອຍກວມ 54% ແລະ ເຂດທົ່ງພຽງກວມ

ນັກຮຽນທິດສະດີການເມືອງຂັ້ນຕົ້ນ ສະພາແຫ່ງຊາດ ທັດສະນະສຶກສາຢູ່ແຂວງຄໍາມ່ວນ. Read More »

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021.

ວັນທີ 15 ພຶດສະພາ 2025 ນີ້, ທີ່ສະໂມສອນເມືອງບົວລະພາ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ໂດຍການເຂົ້າຮ່ວມ ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ຮອງເຈົ້າແຂວງຄຳມ່ວນ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ; ບັນດາຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ, ເຈົ້າເມືອງບົວລະພາ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 162 ທ່ານ, ຍິງ 35 ທ່ານ. ໃນກອງປະຊຸມ ຕາງໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານການຈັດຕັ້ງປະຕິບັດ ຜົນການປະເມີນ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021;

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021. Read More »

ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 20 ພະຈິກ 2023 ມາດຕາ 13 (ປັບປຸງ) ຄວາມຮັບຜິດຊອບໃນການຕິດຕາມກວດກາ; ມາດຕາມ 74 (ປັບປຸງ) ການຕິດຕາມກວດການິຕິກໍາ, ອີງຕາມແຜນການເຄື່ອນໄຫວ ຕິດຕາມກວດກາ ການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ຂອງຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ ສະບັບເລກທີ 31/ຄສຜງ, ລົງວັນທີ 23 ເມສາ 2025.   ວັນທີ 7 ພຶດສະພາ 2025 ທີ່ເມືອງນາກາຍ ແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກຳຂໍ້ມູນກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ,

ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ. Read More »

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ.

ລະຫວ່າງວັນທີ 5-6 ພຶດສະພາ 2025 ສະພາປະຊາຊົນແຂວງຄຳມ່ວນ ເຄື່ອນໄຫວຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ ຢູ່ເມືອງຫີນບູນ ແລະ ເມືອງຄູນຄຳ ເຊິ່ງນຳໂດຍ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງ, ໂດຍການເຂົ້າຮ່ວມເຮັດວຽກຂອງທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ແລະ ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງຄູນຄຳ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.    ທີ່ເມືອງຫີນບູນ ໃນການລົງເຄື່ອນໄຫວເຮັດວຽກຄະນະໄດ້ຮັບຟັງການລາຍງານ ຜົນການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫີນບູນ ແລະ ເມືອງຄູນຄຳ, ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ. Read More »

Scroll to Top