ກອງປະຊຸມລະດົມຄໍາຄິດ-ຄໍາເຫັນຕໍ່ຮ່າງບົດວິທະຍາສາດຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ.
ວັນທີ 27 ກັນຍາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເກັບກຳຂໍ້ມູນເພື່ອສະໝອງໃຫ້ແກ່ການຄົ້ນຄວ້າບົດວິທະຍາສາດ ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານ ບໍ ຫານປະເສີດ ຫົວໜ້າສູນຄົ້ນຄວ້າວິທະຍາສາດ ແລະ ນິຕິກໍາ ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ, ບັນດາປະທານ/ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້, ເພື່ອເກັບກໍາຂໍ້ມູນ ແລະ ລະດົມຄໍາຄິດຄໍາເຫັນ ເຂົ້າໃສ່ຫົວຂໍ້, ໂຄງຮ່າງ ຂອງບົດຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ທັງເປັນການສະໜອງຂໍ້ມູນ-ຂ່າວສານ ໃນການຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ. ກອງປະຊຸມໄດ້ຮັບ ຟັງຫົວຂໍ້ບົດຄົ້ນຄວ້າວິທະຍາສາດ ປະກອບມີ: ຮ່າງບົດ ການພົວພັນປະສານງານລະຫວ່າງ ສະພາປະຊາຊົນຂັ້ນແຂວງ ກັບບັນດາອົງການປົກຄອງຂັ້ນທ້ອງຖິ່ນ; ຮ່າງບົດ ກົງຈັກທີ່ເປັນເສນາທິການໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; […]
ກອງປະຊຸມລະດົມຄໍາຄິດ-ຄໍາເຫັນຕໍ່ຮ່າງບົດວິທະຍາສາດຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ. Read More »











