ຄປຈ ສພຂ ຄໍາມ່ວນ ສຳເລັດ ການເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ 5 ເມືອງ
ໃນລະຫວ່າງວັນທີ 16-23 ທັນວາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ( ຮອງປະທານ ຄປຈ ສພຂ ຄຳມ່ວນ ), ພ້ອມດ້ວຍ ບັນດາທ່ານກຳມະການຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6-7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຕິດພັນກັບການແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ, ຢູ່ 5 ເມືອງຄື: ເມືອງຫີນບູນ, ຄູນຄໍາ, ນາກາຍ, ຍົມມະລາດ ແລະ ເມືອງມະຫາໄຊ, ໂດຍໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ການ ເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ວຽກງານຄັ້ງນີ້, ຄະນະໄດ້ຮັບຟັງການລາຍງານຂອງບັນດາເມືອງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາ 11 […]






