ຍົກສູງວຽກງານການຮັບ, ກວດກາ, ຄົ້ນຄວ້າ ແລະພິຈາລະນາຄຳຮ້ອງຂໍຄວາມເປັນທຳ
ກອງປະຊຸມສໍາມະນາຍົກສູງຄຸນນະພາບການຮັບ, ກວດກາ, ຄົ້ນຄວ້າ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳໃຫ້ແກ່ ສະມາຊິກສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 26-27 ສິງຫາ 2025 ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ; ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ເຂົ້າຮ່ວມ ພ້ອມກ່າວຕ້ອນຮັບໂດຍ ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງຍົມມະລາດ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ, ມີຕາງໜ້າຈາກ ສະພາປະຊາຊົນແຂວງຫຼວງພະບາງ, ບໍລິຄຳໄຊ, ສະຫວັນນະເຂດ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການທີ່ກ່ຽວຂ້ອງ, ວິທະຍາກອນຈາກສູນກາງ, ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ມີຄໍາເຫັນກ່າວເປີດວ່າ: ກອງປະຊຸມສຳມະນາຄັ້ງນີ້ ມີຈຸດປະສົງເພື່ອທົບທວນ ຄືນການຈັດຕັ້ງປະຕິບັດພາລະບົດບາດ, […]
ຍົກສູງວຽກງານການຮັບ, ກວດກາ, ຄົ້ນຄວ້າ ແລະພິຈາລະນາຄຳຮ້ອງຂໍຄວາມເປັນທຳ Read More »









