February 2025

ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍ ຢູ່ ແຂວງຄຳມ່ວນ.

ວັນທີ 17 ກຸມພາ 2025, ທີ່ສະພາປະຊາຊົນແຂວງຄຳມ່ວນ, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາ ແລະຊຸກຍູ້ວຽກງານການໂຄສະນາເຜີຍແຜ່ກົດໝາຍຢູ່ ແຂວງຄຳມ່ວນ, ເຂົ້າຮ່ວມມີ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີ ຮອງປະທານກຳມາທິການ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12, ຫົວໜ້າກົມ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງຂັ້ນແຂວງ, ຄະນະກອງບັນຊາການ ປກຊ-ປກສ ພ້ອມດ້ວຍແຂກຖືກເຊີນ. ໃນວາລະດຳເນີນກອງປະຊຸມທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນຂັ້ນແຂວງ ກ່າວຕ້ອນຮັບ ແລະລາຍງານໂດຍສັງເຂບກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງຄຳມ່ວນ; ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳຕໍ່ພາກສ່ວນທີ່ກ່ຽວຂ້ອງທີ່ຈະລາຍງານກ່ຽວກັບວຽກງານການໂຄສະນາເຜີຍແຜ່ກົດໝາຍ; ກອງປະຊຸມໄດ້ຮັບຟັງການລາຍງານຈາກ 9 ພາກສວ່ນ ຄື: ພະແນກຍຸຕິທຳແຂວງ, […]

ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍ ຢູ່ ແຂວງຄຳມ່ວນ. Read More »

ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງເຊບັ້ງໄຟ.

ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ແລະ ປະຕິບັດຕາມແຜນການເຄື່ອນໄຫວພົບປະປະຊາຊົນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ສະບັບເລກທີ 159/ຄລຂ.ຄມ, ລົງວັນທີ 30 ມັງກອນ 2025; ພາຍຫຼັງທີ່ໄດ້ສຳເລັດການເຄື່ອນໄຫວໃນລະຫວ່າງວັນທີ 3-6 ກຸມພາ ທີ່ຜ່ານມາສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II , ເຊິ່ງໄດ້ແບ່ງອອກເປັນ 2 ຄະນະ: ຄະນະທີ 1

ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງເຊບັ້ງໄຟ. Read More »

ຮອງປະທານ (ຄສຊຂ 12) ພ້ອມຄະນະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາສອງຂັ້ນ.

    ລະຫວ່າງວັນທີ 3-6 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12), ທັງເປັນຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ທ່ານ ວິໄລ ພົມມະຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງຢູ່ 8 ຈຸດຂອງເມືອງເຊບັ້ງໄຟ ຄື: ບ້ານໂຄກສະຫວ່າງ, ທັບ, ນາທານ, ເຊນ້ອຍ, ທ່າຄໍ້, ທ່າຫາດ, ເວີນສະນັ່ນ ແລະ ບ້ານກະສິ, ໂດຍໄດ້ຮັບການຕ້ອນຮັບຈາກຄະນະພັກເມືອງ, ຄະນະພັກຮາກຖານກຸ່ມບ້ານ, ອົງການຈັດຕັ້ງບ້ານ, ພະນັກງານ-ລັດຖະກອນ, ກຳລັງ ປກຊ-ປກສ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ, ຄູ ແລະ ນັກຮຽນ ທັງໝົດ 787 ເທື່ອຄົນ, ຍິງ

ຮອງປະທານ (ຄສຊຂ 12) ພ້ອມຄະນະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາສອງຂັ້ນ. Read More »

ຮອງປະທານ (ຄສຊຂ 12) ແຂວງຄໍາມ່ວນ ພ້ອມຄະນະສືບຕໍ່, ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາທານ ເມືອງເຊບັ້ງໄຟ.

   ໃນຕອນເຊົ້າຂອງວັນທີ 4 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ແລະ ທ່ານ ວິໄລ ພົມມະຈັກ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ສືບຕໍ່ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ທີ່ ບ້ານ ນາທານ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ.    ທ່ານ ນໍແກ້ວ ທິດອຸດອນ ຮອງນາຍບ້ານນາທານ ເມືອງເຊບັ້ງໄຟ ໄດ້ລາຍງານສະພາບຈຸດພິເສດ ແລະ ຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຜ່ານມາໂດຍສັງເຂບວ່າ: ບ້ານນາທານເມືອງເຊບັ້ງໄຟ, ຫ່າງຈາກສຳນັກງານປົກຄອງເມືອງ 20 ກິໂລແມັດ ແລະ ມີເນື້ອໃນທີ່ທັງໝົດ4733 ເຮັກຕາ, ທີ່ຕັ້ງບ້ານທິດເໝືອຕິດກັບບ້ານເວີນສະນັ່ນ, ທິດໃຕ້ຕິດກັບບ້ານຊຽງໃຄ

ຮອງປະທານ (ຄສຊຂ 12) ແຂວງຄໍາມ່ວນ ພ້ອມຄະນະສືບຕໍ່, ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາທານ ເມືອງເຊບັ້ງໄຟ. Read More »

ຮອງປະທານ ຄສຊຂ12 ພ້ອມຄະນະເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ.

    ໃນວັນທີ 3 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ (ຄສຊຂ12), ທ່ານ ວິໄລ ພົມມະຈັກ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ 2 ຈຸດຄື: ບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ, ເຂົ້າຮ່ວມມີ ທ່ານ ໄພມະນະ ໂກລິຍະວົງ ຮອງເຈົ້າເມືອງເຊບັ້ງໄຟ, ຄະນະພັກເມືອງຜູ້ຊີ້ນຳເຂດ, ບັນດາທ່ານຫົວໜ້າການ, ນາຍບ້ານ, ກຳລັງປກຊ-ປກສ, ພະນັກງານ ແລະ ຕະຫຼອດພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ161ເທື່ອຄົນ, ຍິງ92 ເທື່ອຄົນ. ການເຄື່ອນໄຫວຄັ້ງນີ້ ທ່ານ ຮອງປະທານ (ຄສຊຂ12) ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຈາກທ່ານ ປ໋ອງ

ຮອງປະທານ ຄສຊຂ12 ພ້ອມຄະນະເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ. Read More »

Scroll to Top