October 2024

ຮອງເລຂາທິການ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄໍາມ່ວນ

ໃນຕອນເຊົ້າຂອງວັນທີ 30 ຕຸລາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ ແລະ ເກັບກຳຂໍ້ມູນ ການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ເຊິ່ງເຂົ້າຮ່ວມມີ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ມີ ຫົວໜ້າກົມ, ຮອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຄະນະພະແນກຈາກສູນກາງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ໃນການເຮັດໜ້າທີ່ເປັນເສນາທິການຮອບດ້ານໃຫ້ແກ່ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ຮັບຟັງວຽກງານຂອງບັນດາຂະແໜງການເປັນຕົ້ນ ວຽກງານເນື້ອໃນ, ວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ວຽກງານງົບປະມານ-ການເງິນ, ວຽກງານບໍລິຫານ-ພິທີການ, ວຽກງານສື່ມວນຊົນ, ວຽກງານກວດກາ ແລະ ວຽກງານອື່ນໆ ໃຫ້ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຮັບຊາບ. ພ້ອມນີ້, […]

ຮອງເລຂາທິການ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄໍາມ່ວນ Read More »

ກອງປະຊຸມຄົ້ນຄວ້າແລກປ່ຽນຄໍາເຫັນຮ່າງມະຕິ ແລະ ທົດລອງການນຳໃຊ້ຮ່າງຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ

       ເພື່ອເປັນການຈັດຕັ້ງຜັນຂະຫຍາຍຮ່າງມະຕິ, ສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບໃນການນໍາໃຊ້ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໃຫ້ພະນັກງານລັດຖະກອນສະພາປະຊາຊົນແຂວງຄໍາມ່ວນ ໄດ້ເຊື່ອມຊຶມ, ເຂົ້າໃຈລະອຽດຕໍ່ກັບເນື້ອໃນຂອງຮ່າງມະຕິ ແລະ ຄູ່ມືດັ່ງກ່າວ, ສະນັ້ນ, ໃນລະຫວ່າງວັນທີ 23-24 ຕຸລາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ຈັດກອງປະຊຸມຄົ້ນຄວ້າແລກປ່ຽນຄຳເຫັນຮ່າງມະຕິ ແລະ ທົດລອງການນຳໃຊ້ຮ່າງຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໂດຍການເປັນປະທານຂອງທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມ ມີ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ, ຜູ້ຊ່ວຍວຽກ ສສ ຂ ປະຈໍາເຂດເລືອກຕັ້ງເມືອງ ແລະ ຕະຫຼອດຮອດພະນັກງານວິຊາການສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.    ກອງປະຊຸມໄດ້ຮັບຟັງ ຮ່າງມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ແລະ

ກອງປະຊຸມຄົ້ນຄວ້າແລກປ່ຽນຄໍາເຫັນຮ່າງມະຕິ ແລະ ທົດລອງການນຳໃຊ້ຮ່າງຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ Read More »

ແຂວງຄຳມ່ວນ ມອບເງິນ 200 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ ແຂວງຫົວພັນ

    ໃນວັນທີ 21 ຕຸລາ 2024 ທີ່ສຳນັກງານແຂວງຫົວພັນ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ຕາງໜ້າແຂວງຄໍາມ່ວນ ນຳເງິນຈຳນວນ 200 ລ້ານກີບ ມອບໃຫ້ແຂວງຫົວພັນ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ທີ່ເກີດຂຶ້ນຢູ່ແຂວງຫົວພັນ ໃນໄລຍະຜ່ານມາ, ເຊິ່ງຕາງໜ້າແຂວງຫົວພັນ ຮັບໂດຍທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ແຂວງຫົວພັນ ພ້ອມດ້ວຍຄະນະ ທັງນີ້, ກໍເພື່ອເປັນການຊ່ວຍເຫຼືອ ເພື່ອຟື້ນຟູພື້ນຖານໂຄງລ່າງ ຂອງແຂວງຫົວພັນ ແລະ ບັນເທົາທຸກຕໍ່ຄອບຄົວ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ທີ່ເກີດຂຶ້ນໃນລະຫວ່າງ ວັນທີ 22 ກັນຍາ 2024. ( ຂໍຂອບໃຈ ພາບ-ຂ່າວສານ ຈາກ ສພຂ ແຂວງຫົວພັນ ) ໂດຍ: ນາງ ປຸ້ຍນິຕາ ເພັງມີໄຊ

ແຂວງຄຳມ່ວນ ມອບເງິນ 200 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ ແຂວງຫົວພັນ Read More »

ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2024 ປະເພດ 5 ແລະ ປະເພດ 6.

     ໃນວັນທີ 15 ຕຸລາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2024 ຕໍາແໜ່ງບໍລິຫານປະເພດ 5 ແລະ ປະເພດ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມ ມີຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ.     ກອງປະຊຸມ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແມ່ນປະເມີນຕາມ 3 ເນື້ອໃນເຊັ່ນ: ດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ມາດຕະຖານວັດແທກດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ ແລະ ມາດຕະຖານດ້ານຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ. ເຊິ່ງພະນັກງານ-ລັດຖະກອນທຸກໆທ່ານ ຈະໄດ້ໃຫ້ຄະແນນ ພ້ອມທັງຜ່ານບົດປະເມີນຂອງຕົນເອງ ເພື່ອໃຫ້ໝູ່ຄະນະຕີລາຄາປະກອບຄໍາຄິດຄໍາເຫັນ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ທັງນີ້ ກໍ່ເພື່ອຕີລາຄາ ແລະ ປະເມີນຜົນຕາມມາດຕະຖານວັດແທກ, ຊອກໃຫ້ເຫັນຜົນງານ, ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ຊອກໃຫ້ເຫັນຂໍ້ດີ ແລະ

ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2024 ປະເພດ 5 ແລະ ປະເພດ 6. Read More »

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ

ໃນວັນທີ 10 ຕຸລາ 2024 ສະມາຊິກຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ ມິດຕະພາບຮ່ວມ ກັບ ສະມາຊິກຊາວໜຸ່ມພະແນກຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງຄໍາມ່ວນ, ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ຂໍ່ານັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດຂອງພັກກໍ່ຄື: ວັນປະກາດ ເອກະລາດ ສປປ ລາວ ຄົບຮອບ 79 ປີ ຢ່າງສຸດໃຈ 12 ຕຸລາ 1945 – 12 ຕຸລາ 2024 ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ.

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ Read More »

ກອງປະຊຸມວຽກງານ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈໍາ 9 ເດືອນ.

ໃນວັນທີ 3 ຕຸລາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດກອງປະຊຸມ ວຽກງານຄະນະເລຂາທິສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈໍາ 9 ເດືອນ ແລະ ທິດທາງແຜນການ ປະຈໍາ 3 ເດືອນ ທ້າຍປີ 2024 ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ຕະຫລອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອສະຫຼຸບຕີລາຄາຄືນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານ ປະຈໍາ 9 ເດືອນ ແລະ ທິດທາງແຜນການ ປະຈໍາ 3 ເດືອນທ້າຍປີ 2024 ຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ໃນການເຮັດທີ່ຕາມພາລະບົດບາດ, ສິດ ແລະ

ກອງປະຊຸມວຽກງານ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈໍາ 9 ເດືອນ. Read More »

Scroll to Top