ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກຂອງຄະນະທີມງານສະຫະພາບເອີຣົບ ປະຈຳ ສປປ ລາວ
ວັນທີ 16 ຕຸລາ 2025, ທີ່ສະພາປະຊາຊົນແຂວງຄຳມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມ ຂອງທ່ານ ຈ່ອງ-ກາບຼີແຢຣ ດຸສ ( Mr. Jean-Gabriel Duss ) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ທ່ານ ນາງ ເວຍເລີ ສະເມັດ ( Ms. Veerle Smet ) ຫົວໜ້າຝ່າຍຮ່ວມມື ຫ້ອງການສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມຄະນະ. ຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້, ກໍ່ເພື່ອພົບປະແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ສະພາປະຊາຊົນແຂວງຄຳມ່ວນ ກ່ຽວກັບບັນດາກິດຈະກຳທີ່ສະຫະພາບເອີຣົບ ໄດ້ໃຫ້ການສະໜັບສະໜູນ […]




