July 2025

ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 30 ກໍລະກົດ 2025 ຢູ່ທີ່ສະໂມສອນໃຫຍ່ ຫຼັກ 4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີຄະນະປະທານ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີພະນັກງານອາວຸໂສບໍານານ, ຫົວໜ້າພະແນກ-ອົງການທຽບເທົ່າ, ອົງການຈັດຕັ້ງລັດ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຄັັ້ງນີ້ ຈະໄດ້ພິຈາລະນາຮັບຮອງ ບັນຫາສໍາຄັນ ຂອງແຂວງຄື: 1. ວຽກງານ ຂອງອົງການປົກຄອງແຂວງ: ບົດລາຍງານ ຂອງທ່ານເຈົ້າແຂວງ […]

ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9 Read More »

ກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກັບ ອົງການປົກຄອງແຂວງຄຳມ່ວນ.

(ສພຂ) – ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ນີ້, ທີ່ສະພາປະຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກັບ ອົງການປົກຄອງແຂວງຄຳມ່ວນ ເພື່ອກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ບຸນມີ ພິມມະສອນ ປະທານ ຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາ ທ່ານຮອງປະທານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຮອງເຈົ້າແຂວງ, ບັນດາທ່ານ ກຳມະການ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືເຊີນເຂົ້າຮ່ວມ. ຈຸດສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ຄວາມເປັນເອກະພາບຕໍ່ກັບບັນດາເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ທີ່ຈະໄດ້ໄຂຂຶ້ນໃນບໍ່ດົນຕໍ່ໜ້ານີ້, ພ້ອມນັ້ນ, ກອງປະຊຸມຍັງໄດ້ຕີລາຄາສູງ ແລະ ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ

ກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກັບ ອົງການປົກຄອງແຂວງຄຳມ່ວນ. Read More »

ກອງປະຊຸມສ່ອງແສງວຽກງານ ຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ.

ໂດຍປະຕິບັດຕາມມະຕິ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວວຽກງານຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ (ສະບັບປັບປຸງ) ເລກທີ 289/ຄປຈ.ສພຂ, ລົງວັນທີ 04 ຕຸລາ 2023; ໃນຕອນເຊົ້າຂອງວັນອັງຄານ, ວັນທີ 22 ກໍລະກົດ 2025 ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ດຳເນີນກອງປະຊຸມສ່ອງແສງວຽກງານ ຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມມີ ຮອງຄະນະເລຂາທິການ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງຄຳມ່ວນເຂົ້າຮ່ວມ ທັງ 10 ຂະແໜງການ. ຈຸດປະສົງ: ຂອງກອງປະຊຸມຄັ້ງນີ້: ແມ່ນເພື່ອຮັບຟັງການລາຍງານຜົນການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວວຽກງານ ປະຈຳອາທິດຕໍ່ໄປ ຂອງເດືອນ ກໍລະກົດ ນີ້, ຂອງບັນດາຂະແໜງການທີ່ຂຶ້ນກັບ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ແລະ ຂະແໜງສັງກັດຄະນະກຳມະການ, ນອກນັ້ນ, ກອງປະຊຸມໄດ້ຈັດພິທີ, ມອບ-ຮັບ ວຽກງານພາຍໃນຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ໃນພິທີໄດ້ຜ່ານບົດບັນທຶກການມອບ-ຮັບ ລະຫວ່າງຜູ້ຊີ້ນຳວຽກງານ ບໍລິຫານ ແລະ

ກອງປະຊຸມສ່ອງແສງວຽກງານ ຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ. Read More »

ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ຈຳກັດ

ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2025 ນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ; ທ່ານ ນາງ ວິໄຊ ສຮິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ຜູ້ດຽວ ໂດຍມີ ທ່ານ ຫານ ຫຸຍຫລູ ປະທານ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ພ້ອມດ້ວຍ ຄະນະຜູ້ອຳນວຍການບໍລິສັດ ໃຫ້ການຕ້ອນຮັບ ແລະເຂົ້າຮ່ວມເຮັດວຽກ. ທ່ານ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານກ່ຽວກັບສະພາບລວມຂອງບໍລິສັດ ໂດຍ ທ່ານ ຫວັງ ເຕີສວນ

ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ຈຳກັດ Read More »

ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານພາສີສາກົນ ນາເພົ້າ.

ຕອນເຊົ້າຂອງວັນທີ 16 ກໍລະກົດ 2025 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ; ທ່ານ ນາງ ວິໄຊ ສຮິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານ ຢູ່ທີ່ ດ່ານພາສີ ສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ສຸພັດ ສຸແສງໄທ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ, ພ້ອມດ້ວຍຄະນະຄຸ້ມຄອງດ່ານ.     ກອງປະຊຸມໄດ້ຮັບຟັງການລາຍງານ ໂດຍສັງເຂບຈາກ ທ່ານ ສຸພັດ ສຸແສງໄທ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ ກ່ຽວກັບສະພາບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກ

ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານພາສີສາກົນ ນາເພົ້າ. Read More »

ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນລາວ ຈໍາກັດ.

ໃນຕອນບ່າຍວັນທີ 15 ກໍລະກົດ 2025 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນລາວ ຈໍາກັດ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫຼິວ ຢົງກາງ ຜູ້ອໍານວຍການໃຫຍ່ ບໍລິສັດ ອາຊີ-ໂປຕາສາກົນລາວ ຈຳກັດ. ພ້ອມທັງໄດ້ລາຍງານຕໍ່ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ຮັບຊາບວ່າ: ອາຊີ-ໂປຕາສສາກົນ ໄດ້ຢຶດຖືວິໄສທັດ ໃນການພັດທະນາຢູ່ ສປປ ລາວ ໃນໄລຍະຍາວ ໂດຍປະຕິບັດວິໄສທັດການພັດທະນາຄື: 1. ການເຄົາລົບນັບຖື, 2. ການປະສານກົມກຽວ, 3. ເຮັດແທ້ທຳຈິງ, 4. ມີໄຊຊະນະຮ່ວມກັນ ແລະ ນໍາໃຊ້ການປະຕິບັດຕົວຈິງ ເພື່ອສະແດງເຖິງຄວາມຮັບຜິດຊອບຂອງວິສາຫະກິດ, ຄຽງຄູ່ກັບການພັດທະນາໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ທາງບໍລິສັດກໍ່ໄດ້ສະເໜີແນວຄວາມຄິດການພັດທະນານິຄົມອຸດສາຫະກຳທີ່ປະຢັດພະລັງງານ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໂດຍສະເພາະແມ່ນເອົາຝຸ່ນໂປຕາສເປັນຫົວເຮືອຂະຫຍາຍຕ່ອງໂສ້ການພັດທະນາແຮ່ທາດຕິດພັນ ໂດຍຜ່ານການດຶງດູດ, ສ້າງການລົງທຶນ ແລະ

ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນລາວ ຈໍາກັດ. Read More »

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມໂຮງຮຽນມັດທະຍົມ ວິຊາຊີບ ຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ເມືອງໜອງບົກ ແຂວງຄຳມ່ວນ.

 ໃນຕອນເຊົ້າວັນທີ 15 ກໍລະກົດ 2025 ນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຄູ-ອາຈານ ແລະ ນ້ອງນັກຮຽນ ໂຮງຮຽນມັດທະຍົມ ວິຊາຊີບ ຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ເມືອງໜອງບົກ ແຂວງຄໍາມ່ວນໂດຍມີທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ຮ່ວມຕິດຕາມການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້. ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄດ້ລາຍງານສະພາບລວມ ແລະ ການຈັດຕັ້ງການຮຽນ-ການສອນ, ໂຮງຮຽນແຫ່ງນີ້ ເດີມມີຊື່ວ່າ: ໂຮງຮຽນມັດທະຍົມສຶກສາສົມບູນສອງເໝືອງ ສ້າງຕັ້ງຂຶ້ນທໍາອິດໃນປີ 1976 ຕັ້ງຢູ່ບ້ານສອງເໝືອງໃຕ້ ເມືອງໜອງບົກ ແຂວງຄໍາມ່ວນ. ເຊິ່ງມີລູກຫລານ 7 ບ້ານມາເຂົ້າຮຽນ. ໂຮງຮຽນມັດທະຍົມວິຊາຊີບຕົວແບບ ແມ່ນໄດ້ຮັບທຶນໃນການຊ່ວຍເຫລືອກໍ່ສ້າງຈາກລັດຖະບານ ສສ ຫວຽດນາມ ມູນຄ່າ 5 ລ້ານໂດລາສະຫະລັດ, ໂຮງຮຽນດັ່ງກ່າວໄດ້ຮອງຮັບໃນການຕອບສະໜອງໃຫ້ນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນ

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມໂຮງຮຽນມັດທະຍົມ ວິຊາຊີບ ຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ເມືອງໜອງບົກ ແຂວງຄຳມ່ວນ. Read More »

ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ຕິດຕາມກວດກາ ແລະຊຸກຍູ້ ຂົງເຂດວຽກງານການຕ່າງປະເທດ ແລະ ໂຄງການພັດທະນາຈຳນວນໜຶ່ງ ຢູ່ ແຂວງຄໍາມ່ວນ.

 ຕອນເຊົ້າວັນທີ 14 ກໍລະກົດ 2025 ນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ຂົງເຂດວຽກງານການຕ່າງປະເທດ ຢູ່ແຂວງຄຳມ່ວນ, ໂອກາດດັ່ງກ່າວ ໄດ້ພົບປະ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງ, ເນື້ອໃນ ແລະ ເປົ້າໝາຍຂອງການເຄື່ອນໄຫວຕິດຕາມກວດກາ, ພ້ອມດຽວກັນນັ້ນ, ກໍໄດ້ຈັດກອງປະຊຸມທີ່ສະພາປະຊາຊົນແຂວງຄຳມ່ວນ, ໂດຍການກ່າວຕ້ອນຮັບ ແລະເຂົ້າຮ່ວມເຮັດວຽກ ຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີຮອງປະທານກຳມາທິການສະພາແຫ່ງຊາດ, ຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຫົວໜ້າກົມ, ກອງບັນຊາການ ປກຊ ແລະ ປກສ ແຂວງ, ບັນດາພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ. ໃນວາລະດຳເນີນກອງປະຊຸມທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ກ່າວຕ້ອນຮັບ ແລະ ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງຄຳມ່ວນ;

ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ຕິດຕາມກວດກາ ແລະຊຸກຍູ້ ຂົງເຂດວຽກງານການຕ່າງປະເທດ ແລະ ໂຄງການພັດທະນາຈຳນວນໜຶ່ງ ຢູ່ ແຂວງຄໍາມ່ວນ. Read More »

ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ.

   ວັນທີ 7 ກໍລະກົດ 2025 ທີ່ເມືອງຄູນຄຳ ແຂວງຄຳມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ, ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ກ່າວຕ້ອນຮັບໂດຍ ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄຳ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ຫ້ອງວ່າການແຂວງ, ນັກວິທະຍາກອນຈາກສູນກາງ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ. ທ່ານ ບຸນມີ ພິມມະສອນ ໄດ້ມີຄຳເຫັນກ່າວເປີດວ່າ: ວຽກງານການສົ່ງເສີມ ກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍໃນສະ ຖານທີ່ເຮັດວຽກ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນສໍາລັບການສ້າງອົງກອນໃຫ້ມີຄວາມເທົ່າທຽມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນໄດ້ຢ່າງມີປະສິດທິພາບ ໃນຫຼາຍພາກສ່ວນ ອະຄະຕິ, ສັນຍາລັກອໍານາດທີ່ບໍ່ເທົ່າທຽມ ແລະ ແບບແຜນປະເພນີດັ້ງເດີມ

ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ. Read More »

Scroll to Top