ຂ່າວເດັ່ນ

ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກຂອງຄະນະທີມງານສະຫະພາບເອີຣົບ ປະຈຳ ສປປ ລາວ

  ວັນທີ 16 ຕຸລາ 2025, ທີ່ສະພາປະຊາຊົນແຂວງຄຳມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມ ຂອງທ່ານ ຈ່ອງ-ກາບຼີແຢຣ ດຸສ ( Mr. Jean-Gabriel Duss ) ຜູ້ອຳນວຍການພາກພື້ນຂົງເຂດແມ່ນໍ້າຂອງ, ທ່ານ ນາງ ເວຍເລີ ສະເມັດ ( Ms. Veerle Smet ) ຫົວໜ້າຝ່າຍຮ່ວມມື ຫ້ອງການສະຫະພາບເອີຣົບ ປະຈຳ ສປປ ລາວ ພ້ອມຄະນະ. ຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້, ກໍ່ເພື່ອພົບປະແລກປ່ຽນບົດຮຽນ ລະຫວ່າງ ຫ້ອງການ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ສະພາປະຊາຊົນແຂວງຄຳມ່ວນ ກ່ຽວກັບບັນດາກິດຈະກຳທີ່ສະຫະພາບເອີຣົບ ໄດ້ໃຫ້ການສະໜັບສະໜູນ […]

ຮອງປະທານສະພາປະຊາຊົນແຂວງຄຳມ່ວນ ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ເຮັດວຽກຂອງຄະນະທີມງານສະຫະພາບເອີຣົບ ປະຈຳ ສປປ ລາວ Read More »

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ສະບັບເລກທີ 376

  ວັນທີ 13-14 ຕຸລາ 2025, ທີ່ສະໂມສອນເມືອງນາກາຍ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງທ່າແຂກ ສະບັບເລກທີ 376/ຈຂ, ລົງວັນທີ 20 ມີນາ 2023 ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ໂດຍການເຂົ້າຮ່ວມ ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ຮອງເຈົ້າແຂວງຄຳມ່ວນ, ບັນດາຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ແລະ ເຂົ້າຮ່ວມກ່າວຕ້ອນຮັບ ພ້ອມລາຍງານການຈັດຕັ້ງປະຕິບັດວຽກງານໂດຍສັງເຂບຂອງ ທ່ານ ນາງ ບົວກາ ແກ້ວມະນີ ເລຂາພັກເມືອງນາກາຍ ແລະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງຂອງເມືອງ, ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນຂັ້ນແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.    ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອຕິດຕາມກວດກາ, ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງທ່າແຂກ ສະບັບເລກທີ 376/ຈຂ, ລົງວັນທີ

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ສະບັບເລກທີ 376 Read More »

ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

    ໃນວັນທີ 2 ຕຸລາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ໂດຍການເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນດາທ່ານສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.     ໂອກາດມີຄໍາເຫັນ ກ່າວເປີດຊຸດຝຶກອົບຮົມ ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ຍົກໃຫ້ເຫັນວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຜີຍແຜ່, ໂຄສະນາກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ; ເປັນການຊຸກຍູ້, ແນະນໍາ ແລະ

ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ Read More »

ຝຶກອົບຮົມກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

  ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ແກ່ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນລະຫວ່າງວັນທີ 15-16 ກັນຍາ 2025 ທີ່ເມືອງບົວລະພາ ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ເຂົ້າຮ່ວມກ່າວຕ້ອນຮັບ ພ້ອມລາຍງານການຈັດຕັ້ງປະຕິບັດວຽກງານໂດຍສັງເຂບຂອງ ທ່ານ ພັອ ຄຳສິງ ນົນທະສອນ ເລຂາພັກເມືອງບົວລະພາ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ 9 ເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ວິທະຍາກອນຈາກສະພາແຫ່ງຊາດ, ຕາງໜ້າຈາກອົງການຈັດຕັ້ງສາກົນ, ແຂກຖືກເຊີນ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມ.     ກອງປະຊຸມໄດ້ຮັບຟັງການນຳສະເໜີກ່ຽວການຮັບຄຳຮ້ອງຂໍຄວາມເປັນທຳ, ການຕ້ອນຮັບ ແລະ ໃຫ້ຄຳປຶກສາ ຂອງກຳມາທິການຍຸຕິທຳ; ການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ

ຝຶກອົບຮົມກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ Read More »

ຮອງປະທານ ຄສຊຂ.12 ພ້ອມຄະນະ ເຜີຍແຜ່ຜົນສຳເລັດກອງປະຊຸມວິສາມັນ, ສາມັນ ຢູ່ເມືອງຍົມມະລາດ

ວັນທີ 8-9 ກັນຍາ 2025, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ .12) ແລະ ທ່ານ ບຸນຖັນ ໂພທິລາດ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຍົມມະລາດ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຂອງ ກອງປະຊຸມວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX; ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ IV, ຢູ່ 4 ບ້ານຂອງເມືອງຍົມມະລາດ: ບ້ານໂພນຄຳ, ບຸ່ງເບົາ, ນາບໍ່ ແລະ ບ້ານທ່າໂຈນ ໂດຍໄດ້ຮັບການຕ້ອນຮັບ ແລະ ເຂົ້າຮ່ວມມີ ທ່ານ ຈັນທະບູນ ວົງສຸດທິ ກຳມະການປະຈຳພັກເມືອງ ປະທານຄະນະກວດກາພັກເມືອງ; ຄະນະພັກເມືອງຜູ້ຊີ້ນຳເຂດ;

ຮອງປະທານ ຄສຊຂ.12 ພ້ອມຄະນະ ເຜີຍແຜ່ຜົນສຳເລັດກອງປະຊຸມວິສາມັນ, ສາມັນ ຢູ່ເມືອງຍົມມະລາດ Read More »

ຍົກສູງວຽກງານການຮັບ, ກວດກາ, ຄົ້ນຄວ້າ ແລະພິຈາລະນາຄຳຮ້ອງຂໍຄວາມເປັນທຳ

    ກອງປະຊຸມສໍາມະນາຍົກສູງຄຸນນະພາບການຮັບ, ກວດກາ, ຄົ້ນຄວ້າ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳໃຫ້ແກ່ ສະມາຊິກສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 26-27 ສິງຫາ 2025 ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ; ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ເຂົ້າຮ່ວມ ພ້ອມກ່າວຕ້ອນຮັບໂດຍ ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງຍົມມະລາດ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ, ມີຕາງໜ້າຈາກ ສະພາປະຊາຊົນແຂວງຫຼວງພະບາງ, ບໍລິຄຳໄຊ, ສະຫວັນນະເຂດ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການທີ່ກ່ຽວຂ້ອງ, ວິທະຍາກອນຈາກສູນກາງ, ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.     ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ມີຄໍາເຫັນກ່າວເປີດວ່າ: ກອງປະຊຸມສຳມະນາຄັ້ງນີ້ ມີຈຸດປະສົງເພື່ອທົບທວນ ຄືນການຈັດຕັ້ງປະຕິບັດພາລະບົດບາດ,

ຍົກສູງວຽກງານການຮັບ, ກວດກາ, ຄົ້ນຄວ້າ ແລະພິຈາລະນາຄຳຮ້ອງຂໍຄວາມເປັນທຳ Read More »

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະພາປະຊາຊົນແຂວງຄຳມ່ວນ

   ໃນຕອນເຊົ້າວັນທີ 22 ສິງຫາ 2025, ທ່ານ ພົທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານ ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະພາປະຊາຊົນແຂວງຄຳມ່ວນ, ໂດຍການກ່າວຕ້ອນຮັບ ແລະເຂົ້າຮ່ວມເຮັດວຽກ ຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ; ມີບັນດາທ່ານຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ແລະ ພະນັກງານສະພາປະຊາຊົນແຂວງຄຳມ່ວນ.   ກອງປະຊຸມທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຄໍາມ່ວນ ໂດຍສັງເຂບໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມ 3 ພາລະບົດບາດຕົ້ນຕໍຄື: ດ້ານການພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາການເຄົາລົບປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການປົກຄອງທ້ອງຖິ່ນ; ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ແລະແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານ

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະພາປະຊາຊົນແຂວງຄຳມ່ວນ Read More »

ທ່ານ ພົທ. ສຸວອນ ເລືອງບຸນມີ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ

  ວັນທີ 20-21 ສິງຫາ 2025ນີ້, ທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ແລະ ຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ໂຄງການພັດທະນາທີ່ສົ່ງຜົນກະທົບກວ້າງຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ຢູ່ແຂວງຄຳມ່ວນ.   ທ່ານຮອງປະທານສະພາແຫ່ງຊາດ ໄດ້ຮ່ວມເຮັດວຽກກັບທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ ເພື່ອສະເໜີຈຸດປະສົງໃນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ເພື່ອເກັບກຳຂໍ້ມູນສະພາບຕົວຈິງຢູ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໂຄງການພັດ ທະນາ, ພື້ນທີ່ທຳການຜະລິດ, ນ້ຳກິນນ້ຳໃຊ້ບໍ່ພຽງພໍ, ນິເວດວິທະຍາ, ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະ ຊາດ ກໍຄືການທົດແທນຄ່າເສຍຫາຍ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມຢູ່ແຂວງຄຳມ່ວນ.   ໃນການເຄື່ອນໄຫວວຽກງານ, ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຂອງ ເມືອງຫີນ

ທ່ານ ພົທ. ສຸວອນ ເລືອງບຸນມີ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ Read More »

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນຂອງຊາດ.

ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກາຖາ ເຜີຍແຜ່ມູນເຊື້ອວັນສຳຄັນປະຫວັດສາດຂອງຊາດ, ຂຶ້ນໃນຕອນເຊົ້າຂອງວັນທີ 14 ສິງຫາ 2025 ທີ່ສະພາປະຊາຊົນແຂວງຄໍາມ່ວນ ເປັນກຽດປາຖະກາຖາໂດຍທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າຂະແໜງ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມຮັບຟັງ.     ທ່ານ ບົວພັນ ແສງຈັນ ໄດ້ຫວນຄືນປະຫວັດ ແລະ ຜົນງານທີ່ພົ້ນເດັ່ນຂອງທ່ານ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ທ່ານປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ ຫຼວງພະບາງ, ຊັ້ນມັດທະຍົມຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຢ່າງພິລະອາດຫານ ຕ້ານຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່. ປະທານ ສຸພານຸວົງ

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກະຖາ ວັນສຳຄັນຂອງຊາດ. Read More »

ສະພາປະຊາຊົນແຂວງຄຳມ່ວນ ຮັບສະມາຊິກພັກສໍາຮອງຂຶ້ນສະມາຊິກພັກສົມບູນ

ວັນທີ 14 ສິງຫາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີ ຮັບສະມາຊິກພັກສໍາຮອງເລື່ອນເປັນສະມາຊິກພັກສົມບູນ  ໂດຍການເປັນປະທານຂອງສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຕາງໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ, ຄະນະໜ່ວຍພັກ, ສະມາຊິກພັກເຂົ້າຮ່ວມ.     ໃນພິທີໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຄໍາມ່ວນ ສະບັບເລກທີ 216, 217 ແລະ 218  ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຈຳນວນ  3  ສະຫາຍ, ຍິງ  1 ສະຫາຍ. ໂອກາດດັ່ງກ່າວນີ້ ສະຫາຍ ຄຳສຸກ ວັນທະວົງສາ ເລຂາໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ໄດ້ມອບມະຕິຕົກລົງຂອງຄະນະປະຈໍາພັກແຂວງ ໃຫ້ແກ່ບັນດາສະຫາຍ ຜູ້ທີ່ ໄດ້ຮັບການອະນຸມັດ ເລື່ອນຈາກສະມາຊິກພັກສຳຮອງ ຂຶ້ນເປັນສົມບູນ. ຕອນທ້າຍຂອງພິທີ ສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນເຂົ້າສະມາຊິກພັກສົມບູນ ກ່ອນອຶ່ນທ່ານ

ສະພາປະຊາຊົນແຂວງຄຳມ່ວນ ຮັບສະມາຊິກພັກສໍາຮອງຂຶ້ນສະມາຊິກພັກສົມບູນ Read More »

Scroll to Top