September 2025

ຝຶກອົບຮົມກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

  ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ແກ່ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນລະຫວ່າງວັນທີ 15-16 ກັນຍາ 2025 ທີ່ເມືອງບົວລະພາ ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ເຂົ້າຮ່ວມກ່າວຕ້ອນຮັບ ພ້ອມລາຍງານການຈັດຕັ້ງປະຕິບັດວຽກງານໂດຍສັງເຂບຂອງ ທ່ານ ພັອ ຄຳສິງ ນົນທະສອນ ເລຂາພັກເມືອງບົວລະພາ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ 9 ເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ວິທະຍາກອນຈາກສະພາແຫ່ງຊາດ, ຕາງໜ້າຈາກອົງການຈັດຕັ້ງສາກົນ, ແຂກຖືກເຊີນ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມ.     ກອງປະຊຸມໄດ້ຮັບຟັງການນຳສະເໜີກ່ຽວການຮັບຄຳຮ້ອງຂໍຄວາມເປັນທຳ, ການຕ້ອນຮັບ ແລະ ໃຫ້ຄຳປຶກສາ ຂອງກຳມາທິການຍຸຕິທຳ; ການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ […]

ຝຶກອົບຮົມກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ Read More »

ຮອງປະທານ ຄສຊຂ.12 ພ້ອມຄະນະ ເຜີຍແຜ່ຜົນສຳເລັດກອງປະຊຸມວິສາມັນ, ສາມັນ ຢູ່ເມືອງຍົມມະລາດ

ວັນທີ 8-9 ກັນຍາ 2025, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ .12) ແລະ ທ່ານ ບຸນຖັນ ໂພທິລາດ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຍົມມະລາດ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຂອງ ກອງປະຊຸມວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX; ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ IV, ຢູ່ 4 ບ້ານຂອງເມືອງຍົມມະລາດ: ບ້ານໂພນຄຳ, ບຸ່ງເບົາ, ນາບໍ່ ແລະ ບ້ານທ່າໂຈນ ໂດຍໄດ້ຮັບການຕ້ອນຮັບ ແລະ ເຂົ້າຮ່ວມມີ ທ່ານ ຈັນທະບູນ ວົງສຸດທິ ກຳມະການປະຈຳພັກເມືອງ ປະທານຄະນະກວດກາພັກເມືອງ; ຄະນະພັກເມືອງຜູ້ຊີ້ນຳເຂດ;

ຮອງປະທານ ຄສຊຂ.12 ພ້ອມຄະນະ ເຜີຍແຜ່ຜົນສຳເລັດກອງປະຊຸມວິສາມັນ, ສາມັນ ຢູ່ເມືອງຍົມມະລາດ Read More »

Scroll to Top