July 2024

ຮອງປະທານ ສພຂ ຄໍາມ່ວນ ຕາງໜ້າໃຫ້ຄະນະປະຈໍາ ສະພາປະຊາຊົນແຂວງຄໍາມ່ວນ ຂື້ນມີຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ.

( ສພຂ ) ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຕາງໜ້າໃຫ້ຄະນະປະຈໍາ ສະພາປະຊາຊົນແຂວງຄໍາມ່ວນ ຂື້ນມີຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2024 ວ່າ: ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ສະເໜີອົງການປົກຄອງແຂວງ ເອົາໃຈໃສ່ຕໍ່ກັບທິດທາງແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນທ້າຍປີ 2024 ຄືດັ່ງນີ້:1) ເພີ່ມທະວີເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງໃຫ້ແຮງຂື້ນຕື່ມ;2) […]

ຮອງປະທານ ສພຂ ຄໍາມ່ວນ ຕາງໜ້າໃຫ້ຄະນະປະຈໍາ ສະພາປະຊາຊົນແຂວງຄໍາມ່ວນ ຂື້ນມີຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ. Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.

 ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນພຸດ ວັນທີ 24 ກໍລະກົດ 2024 ທີ່ສະໂມສອນ 21 ມີນາ ຂອງແຂວງ (ຫຼັກ 4) ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ຫົວໜ້າພະແນກການ, ເຈົ້າເມືອງ, ມີບັນດາທ່ານ ອາດີດການນໍາຂັ້ນສູງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຄັ້ງນີ້: ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II. Read More »

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015 ຢູ່ ແຂວງຄໍາມ່ວນ.

 ໃນວັນທີ 23 ກໍລະກົດ 2024 ທີ່ສະໂມສອນ 21 ມີນາ ແຂວງຄໍາມ່ວນ ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015 ໂດຍການເປັນປະທານ ຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ; ມີບັນດາທ່ານ ຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະຮັບຜິດຊອບປັບປຸງລັດຖະທຳມະນູນ ຈາກສະພາແຫ່ງຊາດ, ບັນດາທ່ານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12, ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ບັນດາທ່ານເຈົ້າເມືອງ, ຫົວໜ້າ/ຮອງຫົວໜ້າພະແນກການ, ອົງການທຽບເທົ່າພະແນກ, ອະດີດການນຳຂອງແຂວງ ແລະ ຕະຫລອດຮອດແຂກຖືກເຊີນເຂົ້າຮ່ວມ.  ໃນພິທີເປີດ, ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015 ຢູ່ ແຂວງຄໍາມ່ວນ. Read More »

ກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ.

 ໃນວັນທີ 22 ກໍລະກົດ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ. ໂດຍການເປັນປະທານ ຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ບັນດາ ທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງເຂົ້າຮ່ວມ. ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມີຄຳເຫັນວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນແນໃສ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນໃນໄລຍະເກືອບ 10 ປີທີ່ຜ່ານມາ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫຼື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທຳມະ ນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ,

ກອງປະຊຸມຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແຫ່ງ ສປປ ລາວ. Read More »

ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.

ໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ທ່ານ ດຣ ສະເຫຼີມສັກ ແກ້ວຈັນທະລາ ສະມາຊິກສະພາແຫ່ງຊາດ ຄວບສະມາຊິກສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ຫົວໜ້າກອງເລຂາກອງປະຊຸມ ທີ່ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນຂັ້ນແຂວງ ໄດ້ຖະແຫຼງຂ່າວການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ເຊິ່ງຈະດຳເນີນຂຶ້ນໃນຕອນເຊົ້າຂອງວັນ ພຸດ ວັນທີ 24 ກໍລະກົດ ແລະ ຈະດໍາເນີນໄປເຖິງວັນສຸກ, ວັນທີ 26 ກໍລະກົດ 2024 ທີ່ສະໂມສອນ 21 ມີນາ ຂອງແຂວງ (ຫຼັກ 4), ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 2 ວັນເຄິ່ງ, ເພື່ອຈະຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງແຂວງ ຈໍານວນ 3 ວຽກງານ ຄຶ: ວຽກງານ ຂອງອົງການປົກຄອງແຂວງ, ວຽກງານ ນິຕິກໍາ ຂອງແຂວງ ແລະ ວຽກງານ

ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II. Read More »

ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງຄໍາມ່ວນ.

 ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງຄໍາມ່ວນ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ຮອງເຈົ້າແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຟັງການຜ່ານແຜນການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II; ຮັບຟັງການລາຍງານສະພາບຄວາມຄືບໜ້າໃນການຫ້າງຫາກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມ; ແລະ ຮັບຟັງລາຍງານຜົນການກະກຽມການນິຕິກຳໃຕ້ກົດໝາຍ ຂອງອົງການປົກຄອງແຂວງກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ສະບັບເລກທີ 333/ຈຂ.ຄມ, ລົງວັນ 3 ມີນາ 2020; ພ້ອມນັ້ນ, ກອງປະຊຸມຍັງໄດ້ມີຄໍາເຫັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ບັນດາເນື້ອໃນເອກະສານດັ່ງກ່າວ ເພື່ອຄວາມເອກະພາບທາງດ້ານເນື້ອໃນ, ທັງນີ້ກໍເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄຳມ່ວນຊຸດທີ II ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ແນໃສ່ຮັບປະກັນໃຫ້ການພິຈາລະນາ,

ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງຄໍາມ່ວນ. Read More »

ກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດບັນດາມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.

Share: ເພື່ອເປັນການແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ກໍ່ຄືການຈັດຕັ້ງປະຕິບັດ ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຂອງຄະນະສະມຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງ ແລະ ກົງຈັກການຈັດຕັ້ງພາຍໃນສະພາປະຊາຊົນແຂວງ ໃນການເປັນເສນາທິການໃຫ້ແກ່ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ໃນຜົນຂອງການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍຂອງ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນໄລຍະຜ່ານມາ; ໃນວັນທີ 5 ກໍລະກົດ 2024, ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດບັນດາມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ປະທານ/ຮອງປະທານຄະນະກຳມະການ, ເລຂາ/ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມທັງໝົດ 49 ທ່ານ, ຍິງ 19 ທ່ານ. ຈາກນັ້ນ ບັນດາທ່ານ ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ

ກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດບັນດາມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II. Read More »

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ.

ໃນຕອນບ່າຍຂອງວັນທີ 20 ມີຖຸນາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ນາງ ປັດຕິມາ ພິມມະເສນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເພັດສະໜອນ ບຸດດາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ມີປະທານກຳມະບານຮາກຖານ, ປະທານສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງຄໍາມ່ວນ, ແຂກຖືກເຊີນ ຕະຫຼອດສະມາຊິກຊາວໜຸ່ມພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 41 ສະຫາຍ; ຍິງ 23 ສະຫາຍ. ກອງປະຊຸມໄດ້ຮັບຟັງການລາຍງານບົດສຳຫຼວດການນຳພາ ແລະ ພ້ອມກັນສະຫຼຸບຕີລາຄາ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານໜຶ່ງທີ່ສຳຄັນ ໂດຍໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຊຸກຍູ້ສະມາຊິກຊາວໜຸ່ມ ເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ແລະ ວັນ

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ. Read More »

ພິທີມອບບັດສະມາຊິກພັກ ຊຸດທີ II ຂອງໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ.

ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີມອບບັດສະມາຊິກພັກ ຊຸດທີ II ຂອງໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ, ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມທັງໝົດ 31 ສະຫາຍ, ຍິງ 16 ສະຫາຍ. ພິທີດັ່ງກ່າວ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງຄໍາມ່ວນ ສະບັບເລກທີ 500/ຄປຈ, ລົງວັນທີ 15 ທັນວາ 2023 ວ່າດ້ວຍການຮັບຮອງເອົາລາຍຊື່ສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຜູ້ທີ່ຈະໄດ້ຮັບການອອກບັດ ຊຸດທີ XXXII ຂອງແຂວງຄໍາມ່ວນ, ໃນການມອບບັດຄັ້ງນີ້ແມ່ນເປັນຊຸດທີ II ຂອງໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງປະກອບມີ 16 ສະຫາຍ, ໃຫ້ກຽດມອບບັດດັ່ງກ່າວໂດຍ ສະຫາຍ

ພິທີມອບບັດສະມາຊິກພັກ ຊຸດທີ II ຂອງໜ່ວຍພັກ ສະພາປະຊາຊົນແຂວງຄໍາມ່ວນ. Read More »

ສພຂ ຄໍາມ່ວນ ເຜີຍແຜ່ເອກະສານ 2 ມະຕິ ຂອງກົມການເມືອງສູນກາງພັກ.

ວັນທີ 25 ມິຖຸນາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີເຜີຍແຜ່ເອກະສານ 2 ມະຕິກົມການເມືອງສູນກາງພັກ ສຳຄັນຄື: ມະຕິກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າໂຕເອງໃນໄລຍະໃໝ່ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ, ລົງວັນທີ່ 22 ພຶດສະພາ 2020 ວ່າດ້ວຍການເພີ້ມທະວີປ້ອງກັນຄວາມສະຫງົບໃນສະພາບການໃໝ່, ໂດຍການເປັນກຽດເຜີຍແຜ່ເອກະສານ ຂອງ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ຄໍາສຸກ ວັນທະວົງສາ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ມີຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ສພຂ ຄໍາມ່ວນ ເຜີຍແຜ່ເອກະສານ 2 ມະຕິ ຂອງກົມການເມືອງສູນກາງພັກ. Read More »

Scroll to Top