ເຜີຍແຜ່ເອກະສານປະຫວັດຄວາມເປັນມາ ວັນກຳມະກອນສາກົນ ຄົບຮອບ 139 ປີ.
ວັນທີ 30 ເມສາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ກຳມະບານຮາກຖານ ສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເຜີຍແຜ່ເອກະສານ ວັນກຳມະກອນສາກົນ ຄົບຮອບ 139 ປິ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານຂອງ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ສະພາປະຊາຊົນແຂວງຄຳມ່ວນ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ເຂົ້າຮ່ວມມີ ຄະນະໜ່ວຍພັກ, ຄະນະກຳມະບານຮາກຖານ ແລະ ຕະຫຼອດຮອດສະມາຊິກກຳມະບານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ສະຫາຍ ບຸນສະຫວ່າງ ສີສຸກຂະລາດ ຄະນະໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ໄດ້ເຜີຍແຜ່ເນື້ອໃນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ຂອງວັນກໍາມະກອນສາກົນ ຄົບຮອບ 139 ປີ ເຊິ່ງເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ, ເຊິ່ງຂະບວນການຕໍ່ສູ້ຂອງກຳມະກອນເກີດຂຶ້ນຄັ້ງທຳອິດຢູ່ປະເທດອັງກິດໃນປີ 1764 ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກວ່າໝູ່ ເພື່ອປົກປ້ອງສິດຜົນ ປະໂຫຍດອັນຊອບທໍາ ແລະ ນໍາພາກໍາມະກອນຕໍ່ສູ້ຕ້ານພວກນາຍທຶນ, ຊົນຊັ້ນກໍາມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງອົງການກໍາມະບານເປັນຕົວແທນຂອງຕົນຂຶ້ນ. […]
ເຜີຍແຜ່ເອກະສານປະຫວັດຄວາມເປັນມາ ວັນກຳມະກອນສາກົນ ຄົບຮອບ 139 ປີ. Read More »





