November 2024

ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົແຂວງຄຳມ່ວນ ສະຫລຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ II.

  ພິທີສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ໄລຍະ II ( 2023-2024 ) ຂອງສະຫະພັນແມ່ຍິງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2024 ທີ່ສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານ ຂອງສະຫາຍ ນາງ ປັດຕິມາ ພິມມະເສນ ປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີສະຫາຍ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ, ສະຫາຍ ບຸນສະຫວ່າງ ສີສຸຂະລາດ ຄະນະໜ່ວຍພັກ ສະພາປະຊາຊົນຂັ້ນແຂວງ, ມີຕາງໜ້າອົງການຈັດຕັ້ງມະຫາຊົນ ແລະສະມາຊິກແມ່ຍິງພາຍໃນຮາກຖານສະພາປະຊາຊົນຂັ້ນແຂວງເຂົ້າຮ່ວມ.    ໃນພິທີສະຫາຍ ນາງ ປັດຕິມາ ພິມມະເສນ ປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນ, ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີ ໄລຍະ II ແລະ ທິດທາງແຜນການຕໍ່ໜ້າ, ເຊິ່ງສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງຄຳມ່ວນ ມີສະມາຊິກທັງໝົດ 26 ສະຫາຍ, […]

ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົແຂວງຄຳມ່ວນ ສະຫລຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ II. Read More »

ກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ

ກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ

ຕອນເຊົ້າຂອງວັນທີ 21 ພະຈິກ 2024 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ພັທ ຈັນເພັງ ແກ້ວມະນີ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນຂັ້ນແຂວງ ທັງເປັນ ຫົວໜ້າກອງເລຂາຄະນະຮັບຜິດຊອບກວດກາ, ສ້າງ ແລະ ປັບປຸງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ເຂົ້າຮ່ວມມີ ຫົວໜ້າ/ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງຄໍາມ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.    ໃນວາລາກອງປະຊຸມໄດ້ຮັບຟັງບັນດາເນື້ອໃນຈາກຄະນະຮັບຜິດຊອບເປັນຕົ້ນ: ຮ່າງມະຕິ ວ່າດ້ວຍການປະກອບຄຳເຫັນ ແລະ ຄຳຊັກຖາມ ຂອງສະມາຊິກສະພາປະຊາຊົນຂັ້ນໃນກອງປະຊຸມສະພາປະຊາຊົນແຂວງຄຳມ່ວນ, ຮ່າງມະຕິ ວ່າດ້ວຍການປະສານງານລະຫວ່າງ ຄະນະເລຂາທິການ ກັບ ຄະນະກຳມະການຂອງສະພາປະຊາຊົນແຂວງຄຳມ່ວນ ແລະ ຮ່າງກອງທຶນຂອງສະພາປະຊາຊົນແຂວງຄຳມ່ວນ, ຈາກນັ້ນ ບັນດາທ່ານເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຄົ້ນຄວ້າແລກປ່ຽນຄຳຄິດຄຳເຫັນຕໍ່ຮ່າງນິຕິກຳດັ່ງກ່າວ, ພ້ອມທັງສະເໜີບາງໂຄງຮ່າງ, ໝວດ, ມາດຕາ ແລະ ເນື້ອໃນ ນິຕິກໍາໃຕ້ກົດໝາຍ ໃຫ້ມີຄວາມຄົບຖ້ວນສົມບູນ, ແທດເໝາະ, ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ ຕາມກົດໝາຍກຳນົດໄວ້. ຕອນທ້າຍກອງປະຊຸມ

ກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ Read More »

ກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II ສະພາປະຊາຊົນແຂວງຄຳມ່ວນ

ກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II.

   ໃນຕອນບ່າຍຂອງວັນທີ 12 ພະຈິກ 2024 ທີ່ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II, ໂດຍການເປັນປະທານຮ່ວມມີທ່ານ ນາງ ສາທິດ ຈັນສີ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ອານເດຣຍ ເກີຣິດ ( Andreas Gerrits ) ຮອງຜູ້ອຳນວຍການ ການຮ່ວມມືຂອງອົງການເພື່ອພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ, ເຂົ້າຮ່ວມມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ບັນດາທ່ານຕາງໜ້າຈາກໂຄງການ ແລະ ພະນັກງານຊ່ວຍວຽກເຂົ້າຮ່ວມ.    ຈຸດປະສົງຂອງກອງປະຊຸມຄັ້ງນີ້: ກໍ່ເພື່ອພົບປະ, ແລກປ່ຽນ ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ແລະ ຜູ້ສະໜັບສະໜູນບັນດາກິດຈະກຳ ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA II ), ແລະ ເພື່ອລາຍງານການຈັດຕັ້ງປະຕິບັດບັນດາແຜນກິດຈະກຳຂອງແຜນງານເຊກາ

ກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II. Read More »

ຄະນະໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ອອກແຮງງານອາໄມ ແລະ ທາສີກຳແພງ

ໃນຕອນບ່າຍຂອງວັນທີ 7 ພະຈິກ 2024 ຄະນະໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍສະມາຊິກ ຮ່ວມສ້າງຂະບວນການອະນາໄມ ແລະ ທາສີກຳແພງ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ເພື່ອເປັນການຕ້ອນຮັບກອງປະຊຸມໃຫ່ຍອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI, ກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມ ທົ່ວແຂວງຄໍາມ່ວນ ຄັ້ງທີ XI ແລະ ວັນສຳຄັນຕ່າງໆ ຂອງຊາດ ຂອງພັກ ຂອງຊາວໜຸ່ມ ໂດຍສະເພາະແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ( ວັນທີ 2 ທັນວາ 1975 – ວັນທີ 2 ທັນວາ 2024 ) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປີ ( ວັນທີ 13 ທັນວາ 1920

ຄະນະໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ອອກແຮງງານອາໄມ ແລະ ທາສີກຳແພງ Read More »

Scroll to Top