ຍົກສູງຄວາມສາມາດໃນການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຂົງເຂດວັດທະນະທຳ-ສັງຄົມ.
ລະຫວ່າງວັນທີ 23-24 ມິຖຸນາ 2025 ທີ່ເມືອງນາກາຍ ແຂວງຄຳມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມຍົກສູງຄວາມສາມາດໃນການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງຕໍ່ວຽກງານການແກ້ໄຂບັນຫາການແຕ່ງດອງກ່ອນໄວອັນຄວນຕິດພັນກັບສຸຂະພາບໄວຈະເລີນພັນຂອງເດັກຍິງ ແລະ ການປະລະການຮຽນ, ໂດຍການເປັນປະທານຂອງ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມ ແລະ ກ່າວຕ້ອນຮັບໂດຍ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການທີ່ກ່ຽວຂ້ອງ, ນັກວິທະຍາກອນຈາກສູນກາງ ແລະ ແຂວງ, ມີບັນດາສະມາຄົມ, ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ບົວພັນ ແສງຈັນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມເຝິກອົບຮົມຄັ້ງນີ້ ພ້ອມກັນສຸມສະຕິປັນຍາ ແລະ ນໍາໃຊ້ເວລາອັນມີຄຸນຄ່ານີ້ເຂົ້າໃນການຟັງ, ການສົນທະນາ ແລະ ແລກປ່ຽນບົດຮຽນນໍາກັນໃຫ້ເລິກເຊິ່ງ, ສາມາດນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດພາລະບົດບາດຂອງຕົນໃຫ້ດີຂຶ້ນ, ສະເໜີໃຫ້ບັນດາທ່ານຄະນະຮັບຜິດຊອບກອງປະຊຸມ ຈົ່ງກະກຽມຄວາມພ້ອມ, ອໍານວຍຄວາມສະດວກໃຫ້ແກ່ວິທະຍາກອນ ແລະ ນັກສໍາມະນາກອນ ໄດ້ຈັດຕັ້ງເຄື່ອນໄຫວຕາມວາລະກອງປະຊຸມ ແລະ […]
ຍົກສູງຄວາມສາມາດໃນການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຂົງເຂດວັດທະນະທຳ-ສັງຄົມ. Read More »



