ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ.
ໃນຕອນບ່າຍຂອງວັນທີ 20 ມີຖຸນາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ນາງ ປັດຕິມາ ພິມມະເສນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເພັດສະໜອນ ບຸດດາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ມີປະທານກຳມະບານຮາກຖານ, ປະທານສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງຄໍາມ່ວນ, ແຂກຖືກເຊີນ ຕະຫຼອດສະມາຊິກຊາວໜຸ່ມພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 41 ສະຫາຍ; ຍິງ 23 ສະຫາຍ. ກອງປະຊຸມໄດ້ຮັບຟັງການລາຍງານບົດສຳຫຼວດການນຳພາ ແລະ ພ້ອມກັນສະຫຼຸບຕີລາຄາ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານໜຶ່ງທີ່ສຳຄັນ ໂດຍໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຊຸກຍູ້ສະມາຊິກຊາວໜຸ່ມ ເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ແລະ ວັນ […]
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ. Read More »






