ອົງການຈັດຕັ້ງມະຫາຊົນ

ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົແຂວງຄຳມ່ວນ ສະຫລຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ II.

  ພິທີສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ໄລຍະ II ( 2023-2024 ) ຂອງສະຫະພັນແມ່ຍິງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2024 ທີ່ສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານ ຂອງສະຫາຍ ນາງ ປັດຕິມາ ພິມມະເສນ ປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີສະຫາຍ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງ, ສະຫາຍ ບຸນສະຫວ່າງ ສີສຸຂະລາດ ຄະນະໜ່ວຍພັກ ສະພາປະຊາຊົນຂັ້ນແຂວງ, ມີຕາງໜ້າອົງການຈັດຕັ້ງມະຫາຊົນ ແລະສະມາຊິກແມ່ຍິງພາຍໃນຮາກຖານສະພາປະຊາຊົນຂັ້ນແຂວງເຂົ້າຮ່ວມ.    ໃນພິທີສະຫາຍ ນາງ ປັດຕິມາ ພິມມະເສນ ປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນ, ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີ ໄລຍະ II ແລະ ທິດທາງແຜນການຕໍ່ໜ້າ, ເຊິ່ງສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງຄຳມ່ວນ ມີສະມາຊິກທັງໝົດ 26 ສະຫາຍ, […]

ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົແຂວງຄຳມ່ວນ ສະຫລຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ II. Read More »

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ

ໃນວັນທີ 10 ຕຸລາ 2024 ສະມາຊິກຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ ມິດຕະພາບຮ່ວມ ກັບ ສະມາຊິກຊາວໜຸ່ມພະແນກຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງຄໍາມ່ວນ, ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີຮັກແພງ ແລະ ຂໍ່ານັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດຂອງພັກກໍ່ຄື: ວັນປະກາດ ເອກະລາດ ສປປ ລາວ ຄົບຮອບ 79 ປີ ຢ່າງສຸດໃຈ 12 ຕຸລາ 1945 – 12 ຕຸລາ 2024 ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ.

ໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ສ້າງຂະບວນການກິລາບານເຕະ Read More »

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ.

ໃນຕອນບ່າຍຂອງວັນທີ 20 ມີຖຸນາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ນາງ ປັດຕິມາ ພິມມະເສນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເພັດສະໜອນ ບຸດດາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ມີປະທານກຳມະບານຮາກຖານ, ປະທານສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງຄໍາມ່ວນ, ແຂກຖືກເຊີນ ຕະຫຼອດສະມາຊິກຊາວໜຸ່ມພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 41 ສະຫາຍ; ຍິງ 23 ສະຫາຍ. ກອງປະຊຸມໄດ້ຮັບຟັງການລາຍງານບົດສຳຫຼວດການນຳພາ ແລະ ພ້ອມກັນສະຫຼຸບຕີລາຄາ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານໜຶ່ງທີ່ສຳຄັນ ໂດຍໄດ້ນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຊຸກຍູ້ສະມາຊິກຊາວໜຸ່ມ ເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍຂອງລັດ ແລະ ວັນ

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມສະພາປະຊາຊົນແຂວງຄໍາມ່ວນ. Read More »

ກອງປະຊຸມໃຫ່ຍສະຫະພັນແມ່ຍິງຮາກຖານ ສພຂ ຄໍາມ່ວນ.

ຕອນບ່າຍຂອງວັນທີ 26 ມິຖຸນາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III, ໂດຍການເປັນປະທານຂອງ ທ່ານ ນາງ ສາທິດ ຈັນສີ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສຸດທິລົມ ສຸລິວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ມີປະທານກຳມະບານຮາກຖານ, ເລຂາໜ່ວຍຊາວໜຸ່ມ ສະພາປະຊາຊົນແຂວງຄໍາມ່ວນ, ແຂກຖືກເຊີນ ແລະ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 35 ທ່ານ, ຊາຍ 12 ທ່ານ. ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ, ຕະຫຼອດໄລຍະຜ່ານມາ ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຄໍາມ່ວນ ໄດ້ເອົາໃຈໃສ່ການສຶກສາອົບຮົມການເມືອງ – ແນວຄິດເປັນບັນຫາສໍາຄັນ ເພື່ອສຶກສາອົບຮົມໃຫ້ສະມາຊິກໃນຮາກຖານມີແນວຄິດອຸ່ນອ່ຽງ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ຮັກສາໄດ້ມູນເຊື້ອຮັກຊາດ, ມູນເຊື້ອຂະຫຍັນພຽນ, ອານຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ,

ກອງປະຊຸມໃຫ່ຍສະຫະພັນແມ່ຍິງຮາກຖານ ສພຂ ຄໍາມ່ວນ. Read More »

Scroll to Top