ສພຂ ຄໍາມ່ວນ ຈັດກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະບັດ ນິຕິກຳໃຕ້ກົດໝາຍ ຂົງເຂດເສດຖະກິດ ຈໍານວນ 1 ສະບັບ
ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ນິຕິກຳໃຕ້ກົດໝາຍ ເປັນວຽກງານໜຶ່ງ ທີ່ມີຄວາມໝາຍ, ຄວາມສຳຄັນ ທີ່ຈະຕ້ອງໄດ້ດຳເນີນການປະເມີນຜົນການຈັດຕັ້ງປະຕິບັດ ເພື່ອເປັນການຕິດຕາມກວດກາ, ຕີລາຄາ ແລະ ປະເມີນຄືນ ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ. ໃນລະຫວ່າງວັນທີ 10 – 11 ກໍລະກົດ 2024 ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ ຂົງເຂດເສດຖະກິດ ຈໍານວນ 1 ສະບັບ, ທີ່ຫ້ອງປະຊຸມລີສອດສາຍພູຫຼວງ ບ້ານຫຼັງຄັງ ເມືອງບົວລະພາ ແຂວງຄໍາມ່ວນ, ໂດຍການເປັນ ປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ, ປະທານ/ຮອງປະທານຄະນະກຳມະການ, ເລຂາ/ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ມີຕາງໜ້າພະແນກການ, ອົງການທຽບເທົ່າພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມທັງໝົດ 66 ທ່ານ, ຍິງ […]


