ຮອງປະທານ ສພຂ ຄໍາມ່ວນ ຕາງໜ້າໃຫ້ຄະນະປະຈໍາ ສະພາປະຊາຊົນແຂວງຄໍາມ່ວນ ຂື້ນມີຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ.
( ສພຂ ) ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຕາງໜ້າໃຫ້ຄະນະປະຈໍາ ສະພາປະຊາຊົນແຂວງຄໍາມ່ວນ ຂື້ນມີຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2024 ວ່າ: ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ສະເໜີອົງການປົກຄອງແຂວງ ເອົາໃຈໃສ່ຕໍ່ກັບທິດທາງແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນທ້າຍປີ 2024 ຄືດັ່ງນີ້:1) ເພີ່ມທະວີເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງໃຫ້ແຮງຂື້ນຕື່ມ;2) […]








