ກອງປະຊຸມຄົ້ນຄວ້າແລກປ່ຽນຄໍາເຫັນຮ່າງມະຕິ ແລະ ທົດລອງການນຳໃຊ້ຮ່າງຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ
ເພື່ອເປັນການຈັດຕັ້ງຜັນຂະຫຍາຍຮ່າງມະຕິ, ສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບໃນການນໍາໃຊ້ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໃຫ້ພະນັກງານລັດຖະກອນສະພາປະຊາຊົນແຂວງຄໍາມ່ວນ ໄດ້ເຊື່ອມຊຶມ, ເຂົ້າໃຈລະອຽດຕໍ່ກັບເນື້ອໃນຂອງຮ່າງມະຕິ ແລະ ຄູ່ມືດັ່ງກ່າວ, ສະນັ້ນ, ໃນລະຫວ່າງວັນທີ 23-24 ຕຸລາ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ຈັດກອງປະຊຸມຄົ້ນຄວ້າແລກປ່ຽນຄຳເຫັນຮ່າງມະຕິ ແລະ ທົດລອງການນຳໃຊ້ຮ່າງຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໂດຍການເປັນປະທານຂອງທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມ ມີ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ, ຜູ້ຊ່ວຍວຽກ ສສ ຂ ປະຈໍາເຂດເລືອກຕັ້ງເມືອງ ແລະ ຕະຫຼອດຮອດພະນັກງານວິຊາການສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງ ຮ່າງມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ແລະ […]


