ສພຂ-ຄໍາມ່ວນ-ບົວລະພາ

ຝຶກອົບຮົມກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

  ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ແກ່ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດຂຶ້ນລະຫວ່າງວັນທີ 15-16 ກັນຍາ 2025 ທີ່ເມືອງບົວລະພາ ແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ມີບັນດາທ່ານ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ເຂົ້າຮ່ວມກ່າວຕ້ອນຮັບ ພ້ອມລາຍງານການຈັດຕັ້ງປະຕິບັດວຽກງານໂດຍສັງເຂບຂອງ ທ່ານ ພັອ ຄຳສິງ ນົນທະສອນ ເລຂາພັກເມືອງບົວລະພາ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ເລຂາພັກເມືອງ 9 ເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ວິທະຍາກອນຈາກສະພາແຫ່ງຊາດ, ຕາງໜ້າຈາກອົງການຈັດຕັ້ງສາກົນ, ແຂກຖືກເຊີນ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມ.     ກອງປະຊຸມໄດ້ຮັບຟັງການນຳສະເໜີກ່ຽວການຮັບຄຳຮ້ອງຂໍຄວາມເປັນທຳ, ການຕ້ອນຮັບ ແລະ ໃຫ້ຄຳປຶກສາ ຂອງກຳມາທິການຍຸຕິທຳ; ການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ […]

ຝຶກອົບຮົມກ່ຽວກັບການວິເຄາະ, ວິໄຈບັນຫາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ Read More »

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021.

ວັນທີ 15 ພຶດສະພາ 2025 ນີ້, ທີ່ສະໂມສອນເມືອງບົວລະພາ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ໂດຍການເຂົ້າຮ່ວມ ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ຮອງເຈົ້າແຂວງຄຳມ່ວນ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ; ບັນດາຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ, ເຈົ້າເມືອງບົວລະພາ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 162 ທ່ານ, ຍິງ 35 ທ່ານ. ໃນກອງປະຊຸມ ຕາງໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານການຈັດຕັ້ງປະຕິບັດ ຜົນການປະເມີນ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021;

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021. Read More »

ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານຕິດຕາມກວດກາ ໃຫ້ແກ່ ສສຂ ແລະ ເສນາທິການຊ່ວຍວຽກ ສພຂ ຄຳມ່ວນ

ເພື່ອສ້າງຄວາມເຂັ້ມແຂງວຽກງານຕິດຕາມກວດກາ ເປັນພາລະບົດບາດໜຶ່ງທີ່ສໍາຄັນ ຂອງສະພາປະຊາຊົນຂັ້ນແຂວງ ໃນການຕິດຕາມກວດກາຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ຂອງອົງການບໍລິຫານລັດຂັ້ນແຂວງ ຮັບປະກັນໃຫ້ການຄຸ້ມຄອງການບໍລິຫານລັດຂັ້ນແຂວງ ໄດ້ຮັບການຈັດຕັ້ງປະຕິບັດ ຕາມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງໄດ້ກໍານົດ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍມີຄວາມເຂັ້ມງວດຂຶ້ນເທື່ອລະກ້າວ. ໃນລະຫວ່າງວັນທີ 13 -14 ທັນວາ 2024 ທີ່ເມືອງບົວລະພາ ແຂວງຄໍາມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃນວຽກງານຕິດຕາມກວດກາ ໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະເສນາທິການຊ່ວຍວຽກສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ຮອງປະທານສະພາປະຊາຊົນຂັ້ນແຂວງ, ເຈົ້າເມືອງບົວລະພາ, ບັນດາທ່ານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳພັກເມືອງບົວລະພາ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ນັກວິທະຍາກອນຈາກສະພາແຫ່ງຊາດ ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 80 ທ່ານ, ຍິງ 25 ທ່ານ. ໃນກອງປະຊຸມ, ໄດ້ຮັບຟັງການນຳ ສະເໜີກ່ຽວກັບຫົວຂໍ້ບົດຮຽນສຳຄັນເປັນຕົ້ນ:

ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານຕິດຕາມກວດກາ ໃຫ້ແກ່ ສສຂ ແລະ ເສນາທິການຊ່ວຍວຽກ ສພຂ ຄຳມ່ວນ Read More »

Scroll to Top