ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ສະບັບເລກທີ 376

  ວັນທີ 13-14 ຕຸລາ 2025, ທີ່ສະໂມສອນເມືອງນາກາຍ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງທ່າແຂກ ສະບັບເລກທີ 376/ຈຂ, ລົງວັນທີ 20 ມີນາ 2023 ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ໂດຍການເຂົ້າຮ່ວມ ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ຮອງເຈົ້າແຂວງຄຳມ່ວນ, ບັນດາຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ແລະ ເຂົ້າຮ່ວມກ່າວຕ້ອນຮັບ ພ້ອມລາຍງານການຈັດຕັ້ງປະຕິບັດວຽກງານໂດຍສັງເຂບຂອງ ທ່ານ ນາງ ບົວກາ ແກ້ວມະນີ ເລຂາພັກເມືອງນາກາຍ ແລະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງຂອງເມືອງ, ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນຂັ້ນແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.    ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອຕິດຕາມກວດກາ, ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງທ່າແຂກ ສະບັບເລກທີ 376/ຈຂ, ລົງວັນທີ […]

ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ສະບັບເລກທີ 376 Read More »