ຂ່າວເດັ່ນ

ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ຕິດຕາມກວດກາ ແລະຊຸກຍູ້ ຂົງເຂດວຽກງານການຕ່າງປະເທດ ແລະ ໂຄງການພັດທະນາຈຳນວນໜຶ່ງ ຢູ່ ແຂວງຄໍາມ່ວນ.

 ຕອນເຊົ້າວັນທີ 14 ກໍລະກົດ 2025 ນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ຂົງເຂດວຽກງານການຕ່າງປະເທດ ຢູ່ແຂວງຄຳມ່ວນ, ໂອກາດດັ່ງກ່າວ ໄດ້ພົບປະ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງ, ເນື້ອໃນ ແລະ ເປົ້າໝາຍຂອງການເຄື່ອນໄຫວຕິດຕາມກວດກາ, ພ້ອມດຽວກັນນັ້ນ, ກໍໄດ້ຈັດກອງປະຊຸມທີ່ສະພາປະຊາຊົນແຂວງຄຳມ່ວນ, ໂດຍການກ່າວຕ້ອນຮັບ ແລະເຂົ້າຮ່ວມເຮັດວຽກ ຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີຮອງປະທານກຳມາທິການສະພາແຫ່ງຊາດ, ຮອງປະທານສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຫົວໜ້າກົມ, ກອງບັນຊາການ ປກຊ ແລະ ປກສ ແຂວງ, ບັນດາພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ. ໃນວາລະດຳເນີນກອງປະຊຸມທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ກ່າວຕ້ອນຮັບ ແລະ ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງຄຳມ່ວນ; […]

ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ຕິດຕາມກວດກາ ແລະຊຸກຍູ້ ຂົງເຂດວຽກງານການຕ່າງປະເທດ ແລະ ໂຄງການພັດທະນາຈຳນວນໜຶ່ງ ຢູ່ ແຂວງຄໍາມ່ວນ. Read More »

ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ.

   ວັນທີ 7 ກໍລະກົດ 2025 ທີ່ເມືອງຄູນຄຳ ແຂວງຄຳມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ, ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ກ່າວຕ້ອນຮັບໂດຍ ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄຳ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ຫ້ອງວ່າການແຂວງ, ນັກວິທະຍາກອນຈາກສູນກາງ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ. ທ່ານ ບຸນມີ ພິມມະສອນ ໄດ້ມີຄຳເຫັນກ່າວເປີດວ່າ: ວຽກງານການສົ່ງເສີມ ກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍໃນສະ ຖານທີ່ເຮັດວຽກ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນສໍາລັບການສ້າງອົງກອນໃຫ້ມີຄວາມເທົ່າທຽມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນໄດ້ຢ່າງມີປະສິດທິພາບ ໃນຫຼາຍພາກສ່ວນ ອະຄະຕິ, ສັນຍາລັກອໍານາດທີ່ບໍ່ເທົ່າທຽມ ແລະ ແບບແຜນປະເພນີດັ້ງເດີມ

ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ. Read More »

ຍົກສູງຄວາມສາມາດໃນການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຂົງເຂດວັດທະນະທຳ-ສັງຄົມ.

ລະຫວ່າງວັນທີ 23-24 ມິຖຸນາ 2025 ທີ່ເມືອງນາກາຍ ແຂວງຄຳມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມຍົກສູງຄວາມສາມາດໃນການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງຕໍ່ວຽກງານການແກ້ໄຂບັນຫາການແຕ່ງດອງກ່ອນໄວອັນຄວນຕິດພັນກັບສຸຂະພາບໄວຈະເລີນພັນຂອງເດັກຍິງ ແລະ ການປະລະການຮຽນ, ໂດຍການເປັນປະທານຂອງ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມ ແລະ ກ່າວຕ້ອນຮັບໂດຍ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການທີ່ກ່ຽວຂ້ອງ, ນັກວິທະຍາກອນຈາກສູນກາງ ແລະ ແຂວງ, ມີບັນດາສະມາຄົມ, ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ບົວພັນ ແສງຈັນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມເຝິກອົບຮົມຄັ້ງນີ້ ພ້ອມກັນສຸມສະຕິປັນຍາ ແລະ ນໍາໃຊ້ເວລາອັນມີຄຸນຄ່ານີ້ເຂົ້າໃນການຟັງ, ການສົນທະນາ ແລະ ແລກປ່ຽນບົດຮຽນນໍາກັນໃຫ້ເລິກເຊິ່ງ, ສາມາດນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດພາລະບົດບາດຂອງຕົນໃຫ້ດີຂຶ້ນ, ສະເໜີໃຫ້ບັນດາທ່ານຄະນະຮັບຜິດຊອບກອງປະຊຸມ ຈົ່ງກະກຽມຄວາມພ້ອມ, ອໍານວຍຄວາມສະດວກໃຫ້ແກ່ວິທະຍາກອນ ແລະ ນັກສໍາມະນາກອນ ໄດ້ຈັດຕັ້ງເຄື່ອນໄຫວຕາມວາລະກອງປະຊຸມ ແລະ

ຍົກສູງຄວາມສາມາດໃນການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ຂົງເຂດວັດທະນະທຳ-ສັງຄົມ. Read More »

ສພຂ ຄໍາມ່ວນ ປາຖະກະຖາເອກະສານ 2 ວັນສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດ.

 ວັນທີ 13 ມິຖຸນາ 2025 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກະຖາເອກະສານ 2 ວັນສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດຄື : ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 66 ປີ (18 ພຶດສະພາ 1959 -18 ພຶດສະພາ 2025) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 65ປີ ( 24 ພຶດສະພາ 1960- 24 ພຶດສະພາ 2025 ) ໂດຍການເປັນກຽດປາຖະກະຖາຂອງ ທ່ານ ນາງ ສາທິດ ຈັນສີ ກຳມະການຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ກຳມະການຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ມີຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.  ທ່ານ ນາງ ສາທິດ

ສພຂ ຄໍາມ່ວນ ປາຖະກະຖາເອກະສານ 2 ວັນສໍາຄັນທາງປະຫວັດສາດຂອງພັກ-ຂອງຊາດ. Read More »

ແຂວງຄຳມ່ວນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ.

ພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ກົງກັບວັນເດັກນ້ອຍສາກົນ ປະຈໍາປີ 2025, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ພຶດສະພາ 2025 ນີ້, ທີ່ ເຂດສຳປະທານບໍລິສັດ ແມ່ຂອງ ປູກໄມ້ຈຳກັດ ບ້ານໂພນສະອາດ ເມືອງຫີນບູນ ແຂວງຄຳມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ໃນຄັ້ງນີ້: ໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍບັນດາທ່ານການນຳຂອງແຂວງ, ມີບັນດາທ່ານຕາງໜ້າໃຫ້ພະແນກການ, ອົງການປົກຄອງເມືອງອ້ອມຂ້າງ, ບັນດາຫ້ອງການ, ຕາງໜ້າບໍລິສັດແມ່ຂອງປູກໄມ້ຈຳກັດ, ແຂກຖືກເຊີນ ແລະ ຕະຫຼອນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ. ການສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນ ປູກຕົ້ນໄມ້ແຫ່ງຊາດ ແມ່ນເປັນກິດຈະກຳປົກກະຕິຂອງຊາດລາວເຮົາ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ແຂວງຄຳມ່ວນ ໄດ້ຈັດຕັ້ງປະຕິບັດຜ່ານມາໃນທຸກໆປີ, ເພື່ອໃຫ້ມີຄວາມໝາຍຄວາມສໍາຄັນ ແລະ ມີຄວາມຍືນຍົງກາຍເປັນແຮງບັນດານໃຈໃຫ້ຄົນລາວທຸກຖ້ວນໜ້າເພີ້ມທະວີຄວາມຮັກປ່າໄມ້ ແລະ

ແຂວງຄຳມ່ວນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ. Read More »

ພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງສະພາປະຊາຊົນແຂວງຄຳມ່ວນ.

  ໃນຕອບບ່າຍຂອງວັນທີ 29 ພຶດສະພາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ຈັດຕັ້ງພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ 3,5,6 ຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ເຂົ້າຮ່ວມມີ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະເລຂາທິການ, ຄະນະຫ້ອງວ່າການແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານພາຍໃນສະພາປະຊາຊົນແຂວງຄຳມ່ວນ.   ໃນພິທີ, ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນຂັ້ນແຂວງ, ຜ່ານບັນດາ ມະຕິ ຂອງຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ສະບັບເລກທີ 88,89,90/ຄປຈ.ສພຂ, ລົງວັນທີ 24 ມີນາ 2025 ວ່າດ້ວຍການແຕ່ງຕັ້ງດຳລົງຕຳແໜ່ງບໍລິຫານ ປະເພດ 3,5,6 ຂອງສະພາປະຊາຊົນແຂວງຄຳມ່ວນ, ເຊິ່ງໄດ້ແຕ່ງຕັ້ງທ່ານ ສຸກສົມພອນ ແສງອາລຸນ ເປັນຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ທ່ານ ເທບພະພອນ ສຸພາໂກສົນ ເປັນຫົວໜ້າຂະແໜງຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ, ທ່ານ

ພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງສະພາປະຊາຊົນແຂວງຄຳມ່ວນ. Read More »

ຮອງເລຂາທິການສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ ສະພາປະຊາຊົນແຂວງຄຳມ່ວນ.

ໃນຕອນເຊົ້າວັນທີ 28 ພຶດສະພາ2025 ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ນວນທອງ ສຸວັນວິໄຊ  ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ ແລະ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ. ໂອກາດດັ່ງກ່າວ ທ່ານ ນວນທອງ ສຸວັນວິໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ ເພື່ອລາຍງານ ແລະ ແຈ້ງຈຸດປະສົງ ໃນການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ພ້ອມດຽວກັນນັ້ນ, ກໍໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ມີຮອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ຈຸດປະສົງຂອງການລົງເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາແຫ່ງຊາດ ຄັ້ງນີ້ ກໍເພື່ອຕິດຕາມຊຸກຍູູ້ ແລະ ເກັບກຳຂໍ້ມູນ ການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໂດຍສະເພາະແມ່ນການເປັນເສນາທິການໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ເປັນຕົ້ນ

ຮອງເລຂາທິການສະພາແຫ່ງຊາດ ເຄື່ອນໄຫວວຽກງານ ຢູ່ ສະພາປະຊາຊົນແຂວງຄຳມ່ວນ. Read More »

ກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ.

  ວັນທີ 27 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ ປະຈໍາປີ 2025, ໂດຍການເປັນປະທານຂອງທ່ານ ນາງ ບັງອອນ ໄຊຍະສິດ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ເຂົ້າຮ່ວມ ມີ ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງຄຳມ່ວນ ແລະ ມີບັນດາຄະນະກໍາມະການ, ສະມາຊິກສະພາປະຊາຊົນຂັ້ນແຂວງທີ່ສັງກັດຢູ່ໃນຄະນະກໍາມະການ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 15 ທ່ານ. ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 117/ສພຊ, ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ ( 2021-2025 ) ແລະ

ກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ. Read More »

ນັກຮຽນທິດສະດີການເມືອງລະບົບຂັ້ນຕົ້ນ ຂອງສະພາແຫ່ງຊາດ ທັດສະນະສຶກສາ ກຸ່ມຜະລິດກະສິກຳ ທີ່ເມືອງໜອງບົກ.

  ໃນຕອນເຊົ້າວັນທີ 22 ພຶດສະພາ 2025 ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບທິດສະດີການເມືອງຂັ້ນຕົ້ນ ພ້ອມດ້ວຍ ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ໄດ້ທັດສະນະສຶກສາ ທີ່ບ້ານດອນຂຽວເໝືອ ແລະ ບ້ານດອນປາແດກ ເມືອງໜອງບົກ ແຂວງຄຳມ່ວນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ສຸວັນໂນ ວິໄລວັນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງໜອງບົກ ພ້ອມດ້ວຍ ຄະນະປະຈຳພັກເມືອງ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຕ້ອນຮັບ.  ທີ່ບ້ານດອນຂຽວເໝືອ             ການເຄື່ອນໄຫວຄັ້ງນີ້ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ພ້ອມຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານດອນຂຽວເໝືອ ແລະ ວຽກງານ 3 ສ້າງຂອງບ້ານ ຈາກທ່ານ ສະຫງຽມ ໂຄດສຸວັນ

ນັກຮຽນທິດສະດີການເມືອງລະບົບຂັ້ນຕົ້ນ ຂອງສະພາແຫ່ງຊາດ ທັດສະນະສຶກສາ ກຸ່ມຜະລິດກະສິກຳ ທີ່ເມືອງໜອງບົກ. Read More »

ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນຂອງສະພາແຫ່ງຊາດ ພົບປະແລກປ່ຽນບົດຮຽນ ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ.

    ໃນຕອນບ່າຍຂອງວັນທີ 21 ພຶດສະພາ 2025 ທີ່ສະໂມສອນ 21 ມີນາ ໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ, ນໍາໂດຍ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ແລະ ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ພົບປະແລກປ່ຽນບົດຮຽນກ່ຽວກັບການຮຽນການສອນໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ, ໃຫ້ການຕ້ອນຮັບໂດຍ ທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ, ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາ ພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.   ການເຄື່ອນໄຫວພົບປະແລກປ່ຽນບົດຮຽນໃນຄັ້ງນີ້ໄດ້ຮັບຟັງ ການລາຍງານສະພາບການໂດຍຫຍໍ້ ເຊິ່ງໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ, ມີຖານະເທົ່າທຽມກັບ ພະແນກການຕ່າງໆ ແລະ

ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນຂອງສະພາແຫ່ງຊາດ ພົບປະແລກປ່ຽນບົດຮຽນ ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ. Read More »

Scroll to Top