ສພຂ-ຄໍາມ່ວນ-ຄູນຄຳ

ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ.

   ວັນທີ 7 ກໍລະກົດ 2025 ທີ່ເມືອງຄູນຄຳ ແຂວງຄຳມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ, ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ກ່າວຕ້ອນຮັບໂດຍ ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄຳ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ຫ້ອງວ່າການແຂວງ, ນັກວິທະຍາກອນຈາກສູນກາງ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ. ທ່ານ ບຸນມີ ພິມມະສອນ ໄດ້ມີຄຳເຫັນກ່າວເປີດວ່າ: ວຽກງານການສົ່ງເສີມ ກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍໃນສະ ຖານທີ່ເຮັດວຽກ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນສໍາລັບການສ້າງອົງກອນໃຫ້ມີຄວາມເທົ່າທຽມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນໄດ້ຢ່າງມີປະສິດທິພາບ ໃນຫຼາຍພາກສ່ວນ ອະຄະຕິ, ສັນຍາລັກອໍານາດທີ່ບໍ່ເທົ່າທຽມ ແລະ ແບບແຜນປະເພນີດັ້ງເດີມ […]

ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ. Read More »

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ.

ລະຫວ່າງວັນທີ 5-6 ພຶດສະພາ 2025 ສະພາປະຊາຊົນແຂວງຄຳມ່ວນ ເຄື່ອນໄຫວຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ ຢູ່ເມືອງຫີນບູນ ແລະ ເມືອງຄູນຄຳ ເຊິ່ງນຳໂດຍ ທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງ, ໂດຍການເຂົ້າຮ່ວມເຮັດວຽກຂອງທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງຫີນບູນ ແລະ ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງຄູນຄຳ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.    ທີ່ເມືອງຫີນບູນ ໃນການລົງເຄື່ອນໄຫວເຮັດວຽກຄະນະໄດ້ຮັບຟັງການລາຍງານ ຜົນການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ຈາກຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫີນບູນ ແລະ ເມືອງຄູນຄຳ, ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ

ສະພາປະຊາຊົນແຂວງຄຳມ່ວນ ຕິດຕາມກວດກາ ການປະເມີນຜົນ ການຈັດປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຢູ່ທີ່ເມືອງຫີນບູນ ແລະ ເມືອງຄູນຄຳ. Read More »

ຄປຈ ສພຂ ຄໍາມ່ວນ ສຳເລັດ ການເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ 5 ເມືອງ

ໃນລະຫວ່າງວັນທີ 16-23 ທັນວາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ( ຮອງປະທານ ຄປຈ ສພຂ ຄຳມ່ວນ ), ພ້ອມດ້ວຍ ບັນດາທ່ານກຳມະການຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6-7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຕິດພັນກັບການແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ, ຢູ່ 5 ເມືອງຄື: ເມືອງຫີນບູນ, ຄູນຄໍາ, ນາກາຍ, ຍົມມະລາດ ແລະ ເມືອງມະຫາໄຊ, ໂດຍໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.   ການ ເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ວຽກງານຄັ້ງນີ້, ຄະນະໄດ້ຮັບຟັງການລາຍງານຂອງບັນດາເມືອງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາ 11

ຄປຈ ສພຂ ຄໍາມ່ວນ ສຳເລັດ ການເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ 5 ເມືອງ Read More »

ກອງປະຊຸມຍົກສູງຂີດຄວາມສາມາດໃຫ້ແກ່ (ສສຂ) ແລະ ເສນາທິການຊ່ວຍວຽກ ສພຂ ຄຳມ່ວນ ແລະ ສພຂ ຫຼວງພະບາງ.

ໃນລະຫວ່າງວັນທີ 9-10 ທັນວາ 2024  ທີ່ເມືອງຄູນຄຳ ແຂວງຄໍາມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມພາວະການເປັນຜູ້ນຳ ແລະວຽກງານສື່ມວນຊົນໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ສິງຕັນ ໄຊລືຊົ່ງ ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄຳ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ສສຂ ແຂວງຫຼວງພະບາງ, ວິທະຍາກອນ ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນ ແລະ ແຂວງຫຼວງພະບາງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 97 ທ່ານ, ຍິງ 41 ທ່ານ. ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້: ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກຂອງສະພາປະຊາຊົນຂັ້ນແຂວງ ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດທັກສະຄວາມເຂົ້າໃຈເລິກເຊິ່ງໃນການຈັດຕັ້ງປະຕິບັດວຽກງານ, ໃນໄລຍະ 2 ວັນຂອງການດຳເນີນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ຫົວຂໍ້: ຄວາມຮູ້ພຶ້ນຖານໃນການເປັນຜູ້ນຳ ແລະ

ກອງປະຊຸມຍົກສູງຂີດຄວາມສາມາດໃຫ້ແກ່ (ສສຂ) ແລະ ເສນາທິການຊ່ວຍວຽກ ສພຂ ຄຳມ່ວນ ແລະ ສພຂ ຫຼວງພະບາງ. Read More »

Scroll to Top