ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງເຊບັ້ງໄຟ.
ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ແລະ ປະຕິບັດຕາມແຜນການເຄື່ອນໄຫວພົບປະປະຊາຊົນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ສະບັບເລກທີ 159/ຄລຂ.ຄມ, ລົງວັນທີ 30 ມັງກອນ 2025; ພາຍຫຼັງທີ່ໄດ້ສຳເລັດການເຄື່ອນໄຫວໃນລະຫວ່າງວັນທີ 3-6 ກຸມພາ ທີ່ຜ່ານມາສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II , ເຊິ່ງໄດ້ແບ່ງອອກເປັນ 2 ຄະນະ: ຄະນະທີ 1 […]
ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງເຊບັ້ງໄຟ. Read More »





