ກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II.
ໃນຕອນບ່າຍຂອງວັນທີ 12 ພະຈິກ 2024 ທີ່ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II, ໂດຍການເປັນປະທານຮ່ວມມີທ່ານ ນາງ ສາທິດ ຈັນສີ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ອານເດຣຍ ເກີຣິດ ( Andreas Gerrits ) ຮອງຜູ້ອຳນວຍການ ການຮ່ວມມືຂອງອົງການເພື່ອພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ, ເຂົ້າຮ່ວມມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ບັນດາທ່ານຕາງໜ້າຈາກໂຄງການ ແລະ ພະນັກງານຊ່ວຍວຽກເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້: ກໍ່ເພື່ອພົບປະ, ແລກປ່ຽນ ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ແລະ ຜູ້ສະໜັບສະໜູນບັນດາກິດຈະກຳ ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA II ), ແລະ ເພື່ອລາຍງານການຈັດຕັ້ງປະຕິບັດບັນດາແຜນກິດຈະກຳຂອງແຜນງານເຊກາ […]
ກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II. Read More »


