ກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ
ຕອນເຊົ້າຂອງວັນທີ 21 ພະຈິກ 2024 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ ໂດຍການເປັນປະທານຂອງ ທ່ານ ພັທ ຈັນເພັງ ແກ້ວມະນີ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນຂັ້ນແຂວງ ທັງເປັນ ຫົວໜ້າກອງເລຂາຄະນະຮັບຜິດຊອບກວດກາ, ສ້າງ ແລະ ປັບປຸງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ເຂົ້າຮ່ວມມີ ຫົວໜ້າ/ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງຄໍາມ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນວາລາກອງປະຊຸມໄດ້ຮັບຟັງບັນດາເນື້ອໃນຈາກຄະນະຮັບຜິດຊອບເປັນຕົ້ນ: ຮ່າງມະຕິ ວ່າດ້ວຍການປະກອບຄຳເຫັນ ແລະ ຄຳຊັກຖາມ ຂອງສະມາຊິກສະພາປະຊາຊົນຂັ້ນໃນກອງປະຊຸມສະພາປະຊາຊົນແຂວງຄຳມ່ວນ, ຮ່າງມະຕິ ວ່າດ້ວຍການປະສານງານລະຫວ່າງ ຄະນະເລຂາທິການ ກັບ ຄະນະກຳມະການຂອງສະພາປະຊາຊົນແຂວງຄຳມ່ວນ ແລະ ຮ່າງກອງທຶນຂອງສະພາປະຊາຊົນແຂວງຄຳມ່ວນ, ຈາກນັ້ນ ບັນດາທ່ານເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຄົ້ນຄວ້າແລກປ່ຽນຄຳຄິດຄຳເຫັນຕໍ່ຮ່າງນິຕິກຳດັ່ງກ່າວ, ພ້ອມທັງສະເໜີບາງໂຄງຮ່າງ, ໝວດ, ມາດຕາ ແລະ ເນື້ອໃນ ນິຕິກໍາໃຕ້ກົດໝາຍ ໃຫ້ມີຄວາມຄົບຖ້ວນສົມບູນ, ແທດເໝາະ, ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ ຕາມກົດໝາຍກຳນົດໄວ້. ຕອນທ້າຍກອງປະຊຸມ […]
ກອງປະຊຸມຄົ້ນຄວ້າດ້ານວິຊາການຕໍ່ຮ່າງນິຕິກຳຂອງສະພາປະຊາຊົນແຂວງຄຳມ່ວນ Read More »


