ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານຕິດຕາມກວດກາ ໃຫ້ແກ່ ສສຂ ແລະ ເສນາທິການຊ່ວຍວຽກ ສພຂ ຄຳມ່ວນ
ເພື່ອສ້າງຄວາມເຂັ້ມແຂງວຽກງານຕິດຕາມກວດກາ ເປັນພາລະບົດບາດໜຶ່ງທີ່ສໍາຄັນ ຂອງສະພາປະຊາຊົນຂັ້ນແຂວງ ໃນການຕິດຕາມກວດກາຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ຂອງອົງການບໍລິຫານລັດຂັ້ນແຂວງ ຮັບປະກັນໃຫ້ການຄຸ້ມຄອງການບໍລິຫານລັດຂັ້ນແຂວງ ໄດ້ຮັບການຈັດຕັ້ງປະຕິບັດ ຕາມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງໄດ້ກໍານົດ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍມີຄວາມເຂັ້ມງວດຂຶ້ນເທື່ອລະກ້າວ. ໃນລະຫວ່າງວັນທີ 13 -14 ທັນວາ 2024 ທີ່ເມືອງບົວລະພາ ແຂວງຄໍາມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃນວຽກງານຕິດຕາມກວດກາ ໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະເສນາທິການຊ່ວຍວຽກສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ຮອງປະທານສະພາປະຊາຊົນຂັ້ນແຂວງ, ເຈົ້າເມືອງບົວລະພາ, ບັນດາທ່ານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະປະຈຳພັກເມືອງບົວລະພາ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ນັກວິທະຍາກອນຈາກສະພາແຫ່ງຊາດ ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 80 ທ່ານ, ຍິງ 25 ທ່ານ. ໃນກອງປະຊຸມ, ໄດ້ຮັບຟັງການນຳ ສະເໜີກ່ຽວກັບຫົວຂໍ້ບົດຮຽນສຳຄັນເປັນຕົ້ນ: […]


