ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍ ຢູ່ ແຂວງຄຳມ່ວນ.
ວັນທີ 17 ກຸມພາ 2025, ທີ່ສະພາປະຊາຊົນແຂວງຄຳມ່ວນ, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາ ແລະຊຸກຍູ້ວຽກງານການໂຄສະນາເຜີຍແຜ່ກົດໝາຍຢູ່ ແຂວງຄຳມ່ວນ, ເຂົ້າຮ່ວມມີ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີ ຮອງປະທານກຳມາທິການ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12, ຫົວໜ້າກົມ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງຂັ້ນແຂວງ, ຄະນະກອງບັນຊາການ ປກຊ-ປກສ ພ້ອມດ້ວຍແຂກຖືກເຊີນ. ໃນວາລະດຳເນີນກອງປະຊຸມທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນຂັ້ນແຂວງ ກ່າວຕ້ອນຮັບ ແລະລາຍງານໂດຍສັງເຂບກ່ຽວກັບສະພາບທີ່ຕັ້ງ, ຈຸດພິເສດຂອງແຂວງຄຳມ່ວນ; ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳຕໍ່ພາກສ່ວນທີ່ກ່ຽວຂ້ອງທີ່ຈະລາຍງານກ່ຽວກັບວຽກງານການໂຄສະນາເຜີຍແຜ່ກົດໝາຍ; ກອງປະຊຸມໄດ້ຮັບຟັງການລາຍງານຈາກ 9 ພາກສວ່ນ ຄື: ພະແນກຍຸຕິທຳແຂວງ, […]
ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍ ຢູ່ ແຂວງຄຳມ່ວນ. Read More »


