ຮອງປະທານ (ຄສຊຂ 12) ແຂວງຄໍາມ່ວນ ພ້ອມຄະນະສືບຕໍ່, ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາທານ ເມືອງເຊບັ້ງໄຟ.
ໃນຕອນເຊົ້າຂອງວັນທີ 4 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ແລະ ທ່ານ ວິໄລ ພົມມະຈັກ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ສືບຕໍ່ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ທີ່ ບ້ານ ນາທານ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ. ທ່ານ ນໍແກ້ວ ທິດອຸດອນ ຮອງນາຍບ້ານນາທານ ເມືອງເຊບັ້ງໄຟ ໄດ້ລາຍງານສະພາບຈຸດພິເສດ ແລະ ຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຜ່ານມາໂດຍສັງເຂບວ່າ: ບ້ານນາທານເມືອງເຊບັ້ງໄຟ, ຫ່າງຈາກສຳນັກງານປົກຄອງເມືອງ 20 ກິໂລແມັດ ແລະ ມີເນື້ອໃນທີ່ທັງໝົດ4733 ເຮັກຕາ, ທີ່ຕັ້ງບ້ານທິດເໝືອຕິດກັບບ້ານເວີນສະນັ່ນ, ທິດໃຕ້ຕິດກັບບ້ານຊຽງໃຄ […]


