ຮອງປະທານ ຄສຊຂ12 ພ້ອມຄະນະເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ.

    ໃນວັນທີ 3 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ (ຄສຊຂ12), ທ່ານ ວິໄລ ພົມມະຈັກ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ 2 ຈຸດຄື: ບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ, ເຂົ້າຮ່ວມມີ ທ່ານ ໄພມະນະ ໂກລິຍະວົງ ຮອງເຈົ້າເມືອງເຊບັ້ງໄຟ, ຄະນະພັກເມືອງຜູ້ຊີ້ນຳເຂດ, ບັນດາທ່ານຫົວໜ້າການ, ນາຍບ້ານ, ກຳລັງປກຊ-ປກສ, ພະນັກງານ ແລະ ຕະຫຼອດພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ161ເທື່ອຄົນ, ຍິງ92 ເທື່ອຄົນ. ການເຄື່ອນໄຫວຄັ້ງນີ້ ທ່ານ ຮອງປະທານ (ຄສຊຂ12) ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຈາກທ່ານ ປ໋ອງ […]

ຮອງປະທານ ຄສຊຂ12 ພ້ອມຄະນະເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງບ້ານໂຄກສະຫວ່າງ ແລະບ້ານທັບ ເມືອງເຊບັ້ງໄຟ. Read More »