ກອງປະຊຸມສຳມະນາວຽກງານການສ້າງ, ປັບປຸງ, ໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.
ເພື່ອຊຸກຍູ້ວຽກງານ ການສ້າງ, ການປັບປຸງ, ການຈັດຕັ້ງປະຕິບັດ, ການປະເມີນ ແລະຕິດຕາມກວດກາການປະເມີນນິຕິກຳໃຕ້ກົດໝາຍຂອງອົງການປົກຄອງຂັ້ນແຂວງ ແລະ ອົງການທຽບເທົ່າ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ, ດ້ານນິຕິກຳຂອງສະພາປະຊາຊົນຂັ້ນແຂວງ. ໃນລະຫວ່າງວັນທີ 23-25 ເມສາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ດຳເນີນກອງປະຊຸມສຳມະນາກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ, ການໂຄສະນາເຜີຍແຜ່, ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ທັງເປັນນັກວິທະຍາກອນ , ມີຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ນັກວິທະຍາກອນຈາກສູນກາງ/ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 11 ທ່ານ. ທ່ານ ອຳໄພ ຈິດມານົນ […]


