ສະພາປະຊາຊົນແຂວງຄຳມ່ວນ ຍົກສູງຂີດຄວາມສາມາດ ໃຫ້ແກ່ພະນັກງານຂະແໜງການ.

ໃນວັນທີ 29 ເມສາ 2025 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານໄອທີ, ວຽກງານສື່ມວນຊົນ ແລະ ວຽກງານເລຂານຸການ, ພິທີການ ແລະ ມາລະຍາດສັງຄົມ ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ທັງເປັນນັກວິທະຍາກອນ, ເຂົ້າຮ່ວມມີ ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ, ນັກວິທະຍາກອນ ແລະ ຕະຫຼອດຮອດພະນັກງານສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ. ທ່ານ ເທບພາພອນ ສຸພາໂກສົນ ຮອງຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ ແລະ ຂໍ້ມູນຂ່າວສານ, ນຳສະເໜີ ການນຳໃຊ້ລະບົບ ຂອງພາກລັດ      ກອງປະຊຸມ ໄດ້ຮຽນຮູ້ກ່ຽວກັບການເຂົ້າເຖິງການນຳໃຊ້ລະບົບ G-Share, G-Drive ຂອງພາກລັດ, ການສ້າງຄິວອາໂຄດ QR Code; ວຽກງານສື່ມວນຊົນ; ວຽກງານເລຂານຸການ, ພິທີການ ແລະ ມາລະຍາດສັງຄົມ ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ແລກປ່ຽນປະກອບຄຳຄິດຄຳເຫັນ, ໄດ້ຈັດແບ່ງກຸ່ມເຮັດຝຶກຫັດຕົວຈິງ ໃນການນຳໃຊ້ເຂົ້າລະບົບ, ລົງທະບຽນສະໝັກເຂົ້ານຳໃຊ້ເຄື່ອຄ່າຍດັ່ງກ່າວ, ທົດລອງນຳໃຊ້ຕົວຈິງໃນການເຂົ້າລະບົບ […]

ສະພາປະຊາຊົນແຂວງຄຳມ່ວນ ຍົກສູງຂີດຄວາມສາມາດ ໃຫ້ແກ່ພະນັກງານຂະແໜງການ. Read More »