ສພຂ-ຄໍາມ່ວນ-ນາກາຍ

ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ.

ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 20 ພະຈິກ 2023 ມາດຕາ 13 (ປັບປຸງ) ຄວາມຮັບຜິດຊອບໃນການຕິດຕາມກວດກາ; ມາດຕາມ 74 (ປັບປຸງ) ການຕິດຕາມກວດການິຕິກໍາ, ອີງຕາມແຜນການເຄື່ອນໄຫວ ຕິດຕາມກວດກາ ການປະເມີນຂໍ້ຕົກລົງຂອງເຈົ້າແຂວງ ຂອງຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ ສະບັບເລກທີ 31/ຄສຜງ, ລົງວັນທີ 23 ເມສາ 2025.   ວັນທີ 7 ພຶດສະພາ 2025 ທີ່ເມືອງນາກາຍ ແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ເກັບກຳຂໍ້ມູນກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ, […]

ປະທານຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ພ້ອມຄະນະ ຕິດຕາມກວດກາ, ການປະເມີນຜົນ ການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ທີ່ເມືອງນາກາຍ. Read More »

ຄປຈ ສພຂ ຄໍາມ່ວນ ສຳເລັດ ການເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ 5 ເມືອງ

ໃນລະຫວ່າງວັນທີ 16-23 ທັນວາ 2024, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ( ຮອງປະທານ ຄປຈ ສພຂ ຄຳມ່ວນ ), ພ້ອມດ້ວຍ ບັນດາທ່ານກຳມະການຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6-7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຕິດພັນກັບການແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ, ຢູ່ 5 ເມືອງຄື: ເມືອງຫີນບູນ, ຄູນຄໍາ, ນາກາຍ, ຍົມມະລາດ ແລະ ເມືອງມະຫາໄຊ, ໂດຍໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.   ການ ເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ວຽກງານຄັ້ງນີ້, ຄະນະໄດ້ຮັບຟັງການລາຍງານຂອງບັນດາເມືອງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາ 11

ຄປຈ ສພຂ ຄໍາມ່ວນ ສຳເລັດ ການເຄື່ອນໄຫວຕິດຕາມ, ກວດກາ ແລະຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ 5 ເມືອງ Read More »

Scroll to Top